Header Ads

“ມາຣາວີ” ຟິລິປິນຍັງໜ້າເປັນຫວ່າງ “ໄອເອສ” ຂ້າປະຊາຊົນເພີ່ມອີກ 19 ຄົນ

https://www.laopost.com/wp-content/uploads/2017/05/
ກອງກຳລັງອິສລາມຕິດອາວຸດທາງພາກໃຕ້ຂອງຟິລິບປິນຍັງຄົງສູ້ຮົບກັບກອງກຳລັງຂອງລັດຖະບານຟິລິບປິນຢ່າງຕໍ່ເນື່ອງໃນເມືອງ ມາຣາວີ ທີ່ເກາະມິນດາເນົາ ພາກໃຕ້ຂອງ ຟິລິບປິນ ເມື່ອວັນທີ 28 ພຶດສະພາ 2017 ມີປະຊາຊນົເສຍຊີວິດເພີ່ມອີກ 19 ຄົນ ສົ່ງຜົນໃຫ້ຕອນນີ້ລວມຍອດຜູ້ເສຍຊີວິດສູງຂຶ້ນເປັນ 85 ຄົນແລ້ວ.

ທັງນີ້ ເຫດຄວາມບໍ່ສະຫງົບທາງພາກໃຕ້ຂອງຟິລິບປິນ ມີຂຶ້ນຕັ້ງແຕ່ວັນທີ 23 ພຶດສະພາ ທີ່ຜ່ານມາ ໂດຍລັດຖະ ບານເຊື່ອວ່າເປັນສີມືຂອງກຸ່ມເມົາເຕ້ ກຸ່ມມຸສລິມຕິດອາວຸດທີ່ປະກາດພັກດີເຂົ້າຮ່ວມກັບກຸ່ມກຳລັງອິສລາມ ຫຼື ໄອເອສ ເຊິ່ງກຸ່ມດັ່ງກ່າວໄດ້ກໍ່ເຫດຈັບບາດຫຼວງ ເປັນຕົວປະກັນ ເຜົາອາຄານບ້ານເຮືອນ ແລະ ປັກທຸງໄອເອສໃນພື້ນທີ່ ໃນຂະນະທີ່ທ່ານ ໂຣດຣິໂກ ດູແຕເຕ ປະກາດກົດໄອຍະການເສິກທີ່ເກາະມິນດາເນົາທັນທີນັບຕັ້ງແຕ່ເກີດເຫດການຄວາມບໍ່ສະຫງົບຂຶ້ນ.
Powered by Blogger.