Header Ads

ວິທີກໍາຈັດຄາບແຂ້ວເຫຼືອງ ໄດ້ງ່າຍໆດ້ວຍເຄື່ອງໃຊ້ໃກ້ຕົວເຮົາ

ຜົນ​ການ​ຊອກຫາ​ສຳລັບ ຂິງມີປະໂຫຍດຫຼາຍກ່ວາທີ່ຄິດ

ຮອຍ​ຍີ້ມ​ທີ່ເບີ່ງແລ້ວ ສົດໃສໃຜໆກໍ່ຢາກມີ ຍີ່ງແຂ້ວຂາວເທົ່າໃດ ຍິ່ງເຮັດໃຫ້ຮອຍຍີ້ມຂອງທ່ານ ເບີ່ງແລ້ວ ມີສະເໜ່ຂື້ນເທົ່ານັ້ນ ແລະ ຍັງເປັນການສ້າງ ຄວາມໝັ້ນໃຈ ໃນການໂອ້ລົມ ນຳຄົນອື່ນອີກດ້ວຍ ເຮົາມາເບິ່ງ ວິທີ ທີ່ຈະເຮັດໃຫ້ແຂ້ວເຫຼືອງນັ້ນ ໃສສະອາດຂື້ນ ນຳກັນເລີຍ.
1. ເປືອກໝາກກ້ວຍ: ຕັດເປືອກໝາກກ້ວຍອອກ ເປັນຕ່ອນນ້ອຍໆ ແລ້ວນຳມາຖູທີ່ແຂ້ວ ຈາກນັ້ນປະໄວ້ ປະມານ 15-20 ນາທີ ແລ້ວບ້ວນນ້ຳລ້າງອອກ, ຄວນເຮັດເປັນປະຈຳ ກ່ອນຖູແຂ້ວ ເຊົ້າ-ແລງ ຈະສັງເກດເຫັນ ແຂ້ວທີ່ເຫຼືອງຈະຄ່ອຍໆຂາວຂື້ນ.
2. ຜົງຂີ້ໝີ້ນ+ໝາກນາວ+ເກືອ: ປະສົມຜົງຂີ້ໝີ້ນ, ເກືອ ແລະ ນ້ຳໝາກນາວ ຄົນເຂົ້າກັນ ຈົນເປັນເນື້ອດຽວ ຄືກັນກັບຢາຖູແຂ້ວ, ແລ້ວໃຊ້ແປງຖູແຂ້ວຈຸ່ມ ມາຖູແຂ້ວຕາມປົກກະຕິ ເຮັດແບບນີ້ 2 ອາທິດຕໍ່ 1 ຄັ້ງ ແຂ້ວກໍຈະກັບມາຂາວຕາມທຳມະຊາດ.
3. ກາລົດ: ກິນກາລົດດິບເປັນປະຈຳ ມີສ່ວນຊ່ວຍຂັດຖູແຂ້ວ ໃນຂະນະທີ່ຫຍ້ຳ ແລະ ສາມາດຖູແຂ້ວດ້ວຍ ກາລົດໄດ້ ເພາະກາລົດມີວິຕາມີນຊີ ທີ່ຊ່ວຍໃນການປ້ອງກັນ ເຫງືອກອັກເສບໄດ້.
4. ສະຕໍເບີລີ້: ເປັນໝາກໄມ້ທີ່ມີລົດຊາດ ສົ້ມຫວານ ນອກຈາກຈະຊ່ວຍບຳລຸງຜິວ ແລະ ມີສານອາຫານດີໆຕໍ່ຮ່າງກາຍແລ້ວ ຍັງຊ່ວຍໃຫ້ແຂ້ວຂາວຂື້ນ ໂດຍການບົດສະຕໍເບີລີ້ 1-2 ໜ່ວຍ ພອກໃຫ້ທົ່ວແຂ້ວ ແລ້ວປະໄວ້ 2-3 ນາທີ ແລ້ວຈຶ່ງບ້ວນນ້ຳຖີ້ມ ແລະ ຖູແຂ້ວຕາມປົກກະຕິ.
5. ນໍ້າມັນໝາກພ້າວ: ໃຊ້ນໍ້າມັນໝາກພ້າວ ທີ່ສະກັດເຢັນ ບ້ວນປາກ, ນໍ້າມັນໝາກພ້າວ ແຊ່ເຢັນຈົນເປັນໄຂ ຕັກຂື້ນມາ 1 ບ່ວງແກງ ແລ້ວຄ່ອຍໆບ້ວນ ໃຫ້ທົ່ວປາກ ບ້ວນໄປມາຈົນທົ່ວ ປະມານ 10-15 ນາທີ ແລ້ວບ້ວນນໍ້າຖີ້ມ ຈາກນັ້ນກໍຖູແຂ້ວ ຕາມປົກກະຕິ.
6. ງົດເຄື່ອງດື່ມຄາເຟອິນ: ຫລີກລ້ຽງການດື່ມຊາ, ກາເຟ ຫລື ເຄື່ອງດື່ມ ທີ່ມີສ່ວນປະສົມ ຂອງຄາເຟອິນ ເທົ່າທີ່ຈະເປັນໄດ້, ເນື່ອງຈາກວ່າສານຄາເຟອິນ ເຮັດໃຫ້ເກີດຄາບເຫລືອງ ຫາກຈຳເປັນ ຈະໃຊ້ວິທີທີ່ບໍ່ໃຫ້ສຳຜັດ ກັບແຂ້ວໂດຍກົງດ້ວຍການ ໃຊ້ຫລອດດູດ ແລະ ຄວນຖູແຂ້ວຫລັງການດື່ມ.
7. ບໍ່ສູບຢາ: ຢາສູບເປັນສິ່ງເສບຕິດ ຊະນິດຫນຶ່ງ ທີ່ສົ່ງຜົນເສຍຕໍ່ສຸຂະພາບ ຂອງຜູ້ສູບເອງ ແລະ ຜູ້ຄົນອ້ອມຂ້າງ ແລ້ວຍັງເຮັດໃຫ້ ແຂ້ວເຫລືອງ, ສຸຂະພາບເຫງືອກບໍ່ດີ, ມີກິ່ນປາກ ແລະ ລະບົບຫາຍໃຈ. ທາງທີ່ດີ ບໍ່ຄວນສູບຢາຈະເປັນການດີທີ່ສຸດ.

Powered by Blogger.