ນັດສຸດທ້າຍ ຮອບຂາໄປ ! ມຊ ພົບ ທິບ ສະຫວັນ, ລາວ ໂຕໂຢຕ້າ ປະທະ ດີເຄ ເຕະບານ ລາວ ພຣີເມຍລີກ 2017
ອີງຕາມຂໍ້ມູນຈາກຕາຕະລາງແຂ່ງຂັນເຕະບານ ລາວ ພຣີເມຍລີກ 2017 ລະບຸວ່າ : ການແຂ່ງຂັນ ລາວພຣີເມຍລີກ 2017 ອາທິດທີ 7 ຫຼື ອາທິດສຸດທ້າຍ ຂອງຮອບຂາໄປ ແມ່ນຈະແຂ່ງຂັນກັນ 4 ຄູ່ ຄື: ວັນທີ 20 ພຶດສະພາ 2017 ແຂ່ງຂັນກັນພຽງ 1 ຄູ່ ທີ່ສະໜາມກິລາມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ເວລາ 17:00 ໂມງ (ຖ່າຍທອດສົດ ທາງຊ່ອງ ທີວີລາວ) ສະໂມສອນ ມຊ ເອັຟຊີ ທີມອັນດັບ 3 ຂອງຕາຕະລາງ ຈະເປີດບ້ານພົບກັບ ສະໂມສອນ ທິບ ສະຫວັນ ເອັຟຊີ ທີມອັນດັບ 6 ຂອງຕາຕະລາງ ແລະ ວັນທີ 21 ພຶດສະພາ 2017 ມີຢູ່ 3 ຄູ່ ປະກອບມີ ທີ່ສະຫນາມກິລາແຂວງຈຳປາສັກ ເວລາ 16:00 ໂມງ ສະໂມສອນ ໄອດີຊີ ຈຳປາສັກ ຢູໄນເຕັດ ທີມອັນດັບທ້າຍຂອງຕາຕະລາງ ຈະເປີດບ້ານພົບກັບ ສະໂມສອນ ນະຄອນຫລວງ ຢູໄນເຕັດ ທີມອັນດັບ 7 ຂອງຕາຕະລາງ, ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ແຂ່ງຂັນກັນຢູ່ 2 ຄູ່ ຄູ່ທຳອິດ ເວລາ 16:00 ໂມງ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ທີມມນຳຕາຕະລາງ ຈະເປີດບ້ານພົບກັບ ສະໂມສອນ ດີເຄ ເອັຟຊີ ທີມອັນດັບ 5 ຂອງຕາຕະລາງ ແລະ ເວລາ 18:15 ໂມງ ສະໂມສອນ ປກສ ເອັຟຊີ ທີມອັນດັບ 2 ຂອງຕາຕະລາງ ຈະເປີດບ້ານພົບກັບ ສະໂມສອນ ສະຫວັນ ຢູໄນເຕັດ ທີມອັນດັບ 4 ຂອງຕາຕະລາງ.