Header Ads

ປະຊຸມຈີ 7 ວົງແຕກ “ທຣັມ” ບໍ່ຍອມລົງນາມແກ້ໄຂບັນຫາໂລກຮ້ອນ

https://www.laopost.com/wp-content/uploads/2017/05/

ເມື່ອວັນທີ 27 ພຶດສະພາ 2017 ເອເອຟພີລາຍງານຄວາມຂັດແຍ້ງໃນການລົງນາມຖະແຫຼງການຈຸດຢືນການແກ້ໄຂບັນຫາສະພາບອາການປ່ຽນແປງ ຫຼື ພາວະໂລກຮ້ອນ ຂອງທີ່ປະຊຸມກຸ່ມຊາດອຸດສາຫະກຳຂອງໂລກ 7 ປະເທດ ຫຼື ຈີ7 ເຊິ່ງປະກອບມີ: ການາດາ, ຝຣັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ອັງກິດ ແລະ ສະຫະລັດອາເມລິກາ ພາຍຫຼັງປະທານາທິບໍດີ ໂດນັລ ທຣັມ ຜູ້ນຳສະຫະລັດ ພຽງຊາດດຽວທີ່ບໍ່ຍອມລົງນາມໃນຖະແຫຼງຈຸດຢືນດັ່ງກ່າວ ຕາມຂໍ້ຕົກລົງປາຣີສ ສືບເນື່ອງມາຈາກການປ່ຽນແປງນະໂຍບາຍຂອງສະຫະລັດໃນຫຼາຍດ້ານທີ່ສວນທາງກັບລັດຖະບານຍຸກຂອງອະດີດປະທານາທິບໍດີ ໂອບາມາ ສົ່ງຜົນໃຫ້ຖະແຫລງການຈຸດຢືນດ້ານການແກ້ໄຂສິດກິດໂລກຮ້ອນຂອງກຸ່ມຈີ7 ໃນປີນີ້ມີພຽງ 6 ຊາດເທົ່ານັ້ນ ໂດຍໄດ້ລະບຸວ່າສະຫະລັດຢູ່ໃນລະຫວ່າງທົບທວນນະໂຍບາຍໃໝ່ ເນື່ອງຈາກບໍ່ສາມາດຕົກລົງກັນໄດ້ກັບສະຫະລັດໃນທີ່ປະຊຸມ
Powered by Blogger.