Header Ads

ກະຊວງ ຍທຂ ປະກາດແຕ່ງຕັ້ງ ຫົວໜ້າຫ້ອງການຜູ້ໃໝ່

ກະຊວງ ຍທຂ ປະກາດແຕ່ງຕັ້ງ ຫົວໜ້າຫ້ອງການຜູ້ໃໝ່
ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ຫົວໜ້າ ຫ້ອງການຄົນໃໝ່ຂຶ້ນ ໃນທ້າຍອາທິດຜ່ານມານີ້ ທີ່ກະຊວງດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ, ມີບັນດາການນຳກະຊວງ, ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ລັນ ແສງອາພອນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 170/ນຍ ລົງວັນທີ 27 ເມສາ 2017 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນຈັນ ສິນຣາຊະວົງ ຮັກສາການ ຫົວໜ້າຫ້ອງການ ຂຶ້ນເປັນຫົວໜ້າຫ້ອງການ. ໃນໂອກາດດັ່ງກ່າວ, ທ່ານ ບຸນຈັນ ສິນທະວົງ ໄດ້ມີຄຳເຫັນຊີ້ນຳ, ຊຶ່ງທ່ານໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ບຸນຈັນ ສິນຣາຊະວົງ ໃນການຮັບໜ້າທີ່ໃໝ່, ການແຕ່ງຕັ້ງຄັ້ງນີ້ ແມ່ນເປັນຂີດໝາຍທີ່ສຳຄັນ ໃນການປັບປຸງກົງຈັກການຈັດຕັ້ງ ເພື່ອເສີມສ້າງ ໃຫ້ການ ຄຸ້ມຄອງ ບໍລິຫານວຽກງານລັດ ໃນຂົງເຂດ ຍທຂ ມີຄວາມເຂັ້ມແຂງ ສອດຄ່ອງກັບ ການບໍລິຫານວຽກງານລັດ ໃນໄລຍະໃໝ່ ໂດຍສະເພາະແມ່ນ ການຊີ້ນຳໆພາ ການຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ ຂອງຫ້ອງການໃຫ້ມີຄວາມທັນສະໄໝ, ແນໃສ່ປະຕິບັດຄຳຂວັນ ຂອງຫ້ອງການ ຄື ເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິຫານ ທີ່ດີ ມີປະສິດທິພາບສູງ.
Powered by Blogger.