Header Ads

ນັກດື່ມລະວັງຕັບແຂງ, ຜູ້ຍິງຍິ່ງອັນຕະລາຍ

http://183.182.100.162:8080/sites/default/files/
ຕັບແມ່ນອະໄວຍະວະສຳຄັນຢ່າງໜຶ່ງຂອງຮ່າງກາຍ ມີໜ້າທີ່ໃນການຜະລິດນ້ຳບີເພື່ອໄປຍ່ອຍອາຫານປະເພດໄຂມັນ ແລະກຳຈັດສານພິດທີ່ຕົກຄ້າງໃນຮ່າງກາຍຂອງເຮົາ ສະນັ້ນຖ້າບໍ່ຢາກໃຫ້ຕັບພັງຕ້ອງລະງັບການດື່ມສິ່ງທີ່ມີທາດເຫຼົ້າ ຫຼື ບໍ່ດື່ມຈະເປັນການດີທີ່ສຸດ.


ຜູ້ທີ່ເປັນໂລກຕັບແຂງໃນໄລຍະເລີ່ມຕົ້ນແມ່ນເກືອບຈະບໍ່ມີອາການໃຫ້ເຫັນເລີຍ ອາດເປັນພຽງທ້ອງອືດຄ້າຍຄືກັບອາຫານບໍ່ຍ່ອຍ ແຕ່ເປັນໄປດົນໆຜູ້ທີ່ເປັນພະຍາດນີ້ຈະມີອາການອ່ອນເພຍ ຕາເຫຼືອງຍ່ຽວອອກມາເປັນສີເຫຼືອງທ້ອງ ໃຫຍ່ຂຶ້ນ ຂາບວມປວກຮາກຮູ້ສຶກເບື່ອອາຫານ, ນ້ຳໜັກຫຼຸດລົງ ແລະມີອາການຄັນຕາມຕົວ.

 ບາງຢ່າງທີ່ສັງເກດໄດ້ຈາກຄົນທີ່ເປັນໂລກຕັບ ສໍາລັບຜູ້ຍິງປະຈໍາເດືອນມາບໍ່ສະໝໍ່າສະເໝີ, ມີໜວດຂຶ້ນ ຫຼື ອາດມີສຽງແຫບຄ້າຍຄືກັບຜູ້ຊາຍ, ສ່ວນຜູ້ຊາຍນົມຈະໃຫຍ່ຂຶ້ນ , ໝາກອັນທະຍານອອກ ບາງຄົນຝາມືຈະແດງຜິດປົກກະຕິ  ຫຼື ມີຈຸດແດງຢູ່ໜ້າເອີກໜ້າທ້ອງດັ່ງນີ້ເປັນຕົ້ນ.

ສາເຫດຂອງການເກີດໂລກຕັບແຂງ


1. ດື່ມເຄື່ອງດື່ມທີ່ມີທາດເຫຼົ້າຫຼາຍເກີນໄປຕິດຕໍ່ກັນເປັນເວລາດົົນ ຈະເຮັດໃຫ້ເກີດຄວມຜິດປົກກະຕິໃນການໃຊ້ໂປຣຕີນ ໄຂມັນ ແລະຄາໂບໄຮເດດໃນຕັບ ຈິ່ງເຮັດໃຫ້ເກີດພາວະຕັບອັກເສບ ແລະຊຳເຮຶ້ອຈົນກາຍເປັນໂລກຕັບແຂງ ແລະຜູ້ຍິງຈະມີໂອກາດເປັນໂລກຕັບແຂງໄດ້ຫຼາຍກວ່າຜູ້ຊາຍ.
2. ໂລກຕັບແຂງເປັນການຕິດເຊື້ອໄວຣັສຕັບອັກເສບບີ ຫຼື ຊີ ຈົນເຮັດໃຫ້ຕັບອັກເສບເປັນເວລາຫຼາຍປີກ່ອນຈະກາຍເປັນໂລກຕັບແຂງ ຊຶ່ງສາມາດຕິດຕໍ່ກັນທາງເລືຶອດ ແລະການມີເພດສຳພັນ.
3. ເກີດຈາກພາວະໄຂມັນສະສົມໃນຕັບ ສ່ວນໃຫຍ່ຈະພົບໃນຜູ້ປ່ວຍທີ່ເປັນໂລກເບົາຫວານ ຫຼື ໂລກຕຸ້ຍ ຫຼື ຜູ້ທີ່ມີໄຂມັນໃນເລືອດສູງໆ.
4. ເກີດຈາກການກິນຢາບາງຊະນິດ ເຊັ່ນ: ຢາແກ້ປວດ, ຢາຫຼຸດໄຂ້ປາລາເຊຕາມອນ ແລະຢາຮັກສາວັນນະໂລກບາງຊະນິດ.
5. ພາວະຫົວໃຈຊຳເຮື້ອ ຈະເຮັດໃຫ້ເລືອດໄຫຼວຽນໄປຫາຕັບນ້ອຍລົງຈິ່ງເຮັດໃຫ້ຕັບຂາດອົກຊີ ແລະຕາຍໃນທີ່ສຸດ.

Powered by Blogger.