Header Ads

ລັດຖະບານຈະສ້າງໂຮງໝໍມະໂຫສົດແຫ່ງໃໝ່ຢູ່ບ່ອນຫລັງເກົ່າທີ່ມີອາຍຸ 100 ກວ່າປີ

ຂປລ. ລັດຖະບານລາວຕັດສິນໃຈຈະກໍ່ສ້າງໂຮງໝໍມະໂຫສົດແຫ່ງໃໝ່ທົດແທນຫລັງເກົ່າ, ຄາດວ່າຈະເລີ່ມລົງມືກໍ່ສ້າງພາຍໃນປີນີ້ ແລະ ຈະສໍາເລັດປີ 2022 ຂະນະທີ່ໂຄງການດັ່ງກ່າວແມ່ນການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ຈີນ.
ແຫລ່ງຂ່າວຈາກໂຮງໝໍມະໂຫສົດໄດ້ເປີດເຜີຍອາທິດນີ້ວ່າ: ປັດຈຸບັນນີ້ສະຖາປານິກ ແລະ ຊ່ຽວຊານຈາກ ສປ ຈີນພວມເກັບກໍາຂໍ້ມູນພື້ນຖານເພື່ອເປັນພື້ນຖານໃນການອອກແບບສໍາລັບການກໍ່ສ້າງອາຄານໂຮງໝໍແຫ່ງໃຫມ່ ຜ່ານມາອາຄານຫລັງເກົ່າມີລັກສະນະຊຸມໂຊມ.
ຄວາມພະຍາຍາມໃນການກໍ່ສ້າງໂຮງໝໍແຫ່ງດັ່ງກ່າວພາຍໃຕ້ການຊ່ວຍເຫລືອຂອງລັດຖະບານ ສປ ຈີນ ເຊິ່ງຈະປະກອບດ້ວຍ 600 ຫ້ອງນອນ ແທນທີ່ອາຄານເກົ່າທີ່ມີພຽງ 450 ຕຽງກັບອາຍຸການສ້າງກ່ວາ 100 ປີ, ການກໍ່ສ້າງໂຮງຫມໍໃຫມ່ມີຄວາມສູງ 15 ແມັດ 5 ຊັ້ນ ພ້ອມນີ້ລັດຖະບານຈີນຍັງຈະປະກອບສ່ວນອຸປະກອນທາງການແພດທີ່ທັນສະໄຫມໃຫມ່ທີ່ສຸດຄົບຊຸດ.
ແຫຼ່ງຂ່າວ : kpl
ผลการค้นหารูปภาพสำหรับ mahosot hospital
Powered by Blogger.