Header Ads

ສະຫະລັດ-ຍີ່ປຸ່ນ ຮ່ວມຊ້ອມຮົບຄັ້ງໃຫຍ່ ເພື່ອກົດດັນເກົາຫຼີເໜືອ

https://blogger.googleusercontent.com/img/b/R29vZ2xl/AVvXsEhwGY5EE36zAtno3I7WaAJgCp8NJ10hKg3FJ8uPcXaac5_JiRpEChFXssuGdfVirz2kRIJ2MXP7pNDhYgq37lFgdmqM9tqC5a00VhcVEkTWV-MZErFICK5cK5a_9fK3ueUvtIEd4pb6ado/s1600/
ສຳນັກຂ່າວຕ່າງປະເທດລາຍງານ 1 ມິຖຸນາ 2017 ວ່າ: ກອງກຳລັງປ້ອງກັນຕົນເອງທາງທະເລຂອງຍີ່ປຸ່ນສົ່ງເຮືອຮົບ 2 ລຳຄື ເຮືອອາຊິກາຣະ ແລະ ເຮືອຢຸກະ ເຂົ້າຮ່ວມການຊ້ອມຮົບກັບກອງເຮືອຮົບ USS Carl Vinson ແລະ USS Ronald Reagan ຂອງສະຫະລັດໃນທະເລຍີ່ປຸນ (ທາເລຕາເວັນອອກ) ນອກຊາຍຝັ່ງຂອງແຫຼມເກົາຫຼີ ໃນເຂດນ່ານນ້ຳທີ່ຂີປະນາວຸດຂອງເກົາຫຼີເໜືອຕົກໃສ່ເປັນປະຈຳ ຈາກການທົດລອງຂີປະນາວຸດຄັ້ງຜ່ານໆມາ.ນອກຈາກນີ້ຍັງມີຝູງຍົນຮົບ F-15 ຂອງກອງກຳລັງປ້ອງກັນຕົນເອງທາງອາກາດຂອງຍີ່ປຸ່ນ ໄດ້ເຂົ້າຮ່ວມການຊ້ອມຈຳລອງການສູ້ຮົບ ກັບຝູງຍົນຮົບ F-18 ຂອງກອງທັບສະຫະລັດ ໃນເວລາດຽວກັນອີກດ້ວຍ.

https://blogger.googleusercontent.com/img/b/R29vZ2xl/AVvXsEgStYEM21O9rTNA6hv4kIymfj_ayx4uIeuLbh6dt2juP2syNfFBXLR2zM9MRakVhE_ujz0zFcW41bdWJG5NEIKQC-6e5dc3jggFlsUXPpeRfZCK-DZsoMLBQkne4SpFBbyHnuaFXKtZjIg/s1600/
ໂຄສົກກອງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນກ່າວວ່າ ຖືເປັນຕັ້ງທຳອິດທີ່ຍີ່ປຸ່ນໄດ້ຮ່ວມຊ້ອມຮົບກັບກອງເຮືອບັນທຸກຍົນຮົບຂອງສະຫະລັດເຖິງ 2 ລຳ ແລະ ຖືເປັນການຊ້ອມຮົບຄັ້ງໃຫຍ່ ແລະ ຄັ້ງສຳຄັນຂອງຍີ່ປຸ່ນ.ທະເລຍີ່ປຸ່ນເປັນທະເລທີ່ກັ້ນແຍກຍີ່ປຸ່ນກັບແຫຼມເກົາຫຼີ ການຊ້ອມຮົບຄັ້ງນີ້ເກີດຂຶ້ນໃນຂະນະດຽວກັນກັບລັດຖະບານສະຫະລັດ ແລະ ລັດຖະບານຍີ່ປຸ່ນໄດ້ເພີ່ມແຮງກົດດັນຕໍ່ເກົາຫຼີເໜືອ ເພືື່ອໃຫ້ຍົກເລີກໂຄງການພັດທະນາຂີປະນາວຸດ ແລະ ອາວຸດນິວເຄຼຍ.
Powered by Blogger.