Header Ads

ຄົນຮ້າຍບຸກຍິງ ແລະ ລະເບີດໂຮງແຮມ, ກາສິໂນໃຈກາງນະຄອນຫຼວງມະນິລາ ປະເທດຟິລິບປິນ

https://blogger.googleusercontent.com/img/b/R29vZ2xl/AVvXsEhTW3XzF2mvs9FqDJ8r4ychstp-IqJVeB6zzEKtjG8RU2LU7GXkk5nTVnpCPMendmWLmbwDRmUZK-E77tCr8SFkEmgO6_XAoRCsPzpgOwLZKTI3tMCWRInjdgJ9O9SmSqiNy_NikpwfqIk/s1600/
ສຳນັກຂ່າວຕ່າງປະເທດລາຍງານ 2 ມິຖຸນາ 2017 ວ່າ: ເກີດເຫດຄົນຮ້າຍບຸກຍິງ ແລະ ລະເບີດໂຮງແຮມ ແລະ ກາສິໂນໃຈກາງນະຄອນຫຼວງມະນິລາ ປະເທດຟິລິບປິນ ເມື່ອວເວລາປະມານ 01:30 ນາທີ ຕາມເວລາທ້ອງຖິ່ນ.ສຽງປືນ ແລະ ສຽງລະເບີດເກີດຂຶ້ນພາຍໃນ Resort World Manila ສະຖານທີ່ກາສິໂນ ແລະ ໂຮງແຮມຄົບວົງຈອນ ເຊິ່ງຕັ້ງຢູ່ກົງກັນຂ້າມກັບສະໜາມບິນນານາຊາດນິນອຍ ອາຄິໂນ ໃນນະຄອນຫຼວງມະນິລາ ມີຄົນຮ້າຍຢ່າງໜ້ອຍ 1 ຄົນ ເປີດສາກຍິງເຂົ້າໃສ່ຈໍໂທລະພາບຂະໜາດໃຫຍ່ພາຍໃນຫ້ອງຫຼິ້ນການພະນັນ ກ່ອນທີ່ຈະຖອກນ້ຳມັນຮວດພື້ນ ແລະ ຈູດໄຟເຜົາ ເຮັດໃຫ້ຄົນໃນ Resort World Manila ຕ່າງກໍ່ແຕກຕື່ນໜີຕາຍອອກຈາກຫ້ອງຫຼິ້ນການພະນັນ ເຊິ່ງສະຖານະການເຕັມໄປດ້ວຍຄວາມວຸ້ນວາຍ.ການເຜີຍແຜ່ພາບເຫດການຜ່ານສື່ອອນລາຍ ສະແດງໃຫ້ເຫັນພາບກຸ່ມຄວັນລອຍອອກຈາກອາຄານຂອງ Resort World Manila, ຂະນະທີ່ເຈົ້າໜ້າທີ່ພະຍາຍາມຄວບຄຸມສະຖານະການ ພ້ອມອົບພະຍົບຄົນອອກຈາກສະຖານທີ່ດັ່ງກ່າວ ໂດຍອ້າງວ່າບໍ່ມີໃຜຖືກຍິງບາດເຈັບ ຫຼື ຖືກຈັບເປັນຕົວປະກັນ.ການເຜີຍແຜ່ພາບເຫດການຜ່ານສື່ອອນລາຍ ສະແດງໃຫ້ເຫັນພາບກຸ່ມຄວັນລອຍອອກຈາກອາຄານຂອງ Resort World Manila,
https://blogger.googleusercontent.com/img/b/R29vZ2xl/AVvXsEhULQUJ9ufDQ9JkIcYJ2U8C9YTcUBjnW9AHFsUJ78FsspZxM7oLZt8nphVIEBcxJ-p5x4flIJmfgX-19tzt3xTx_vREoWTWaFl5cFr1lYUHr2hoMRx9znXqgVM2NVAKH-4d_TpRl8TUZKw/s1600/
 ຂະນະທີ່ເຈົ້າໜ້າທີ່ພະຍາຍາມຄວບຄຸມສະຖານະການ ພ້ອມອົບພະຍົບຄົນອອກຈາກສະຖານທີ່ດັ່ງກ່າວ ໂດຍອ້າງວ່າບໍ່ມີໃຜຖືກຍິງບາດເຈັບ ຫຼື ຖືກຈັບເປັນຕົວປະກັນ.ສ່ວນຄົນຮ້າຍທີ່ເປັນມືປືນບຸກເຂົ້າຢຶດຊິບຫຼິ້ນການພະນັນຈຳນວນໜຶ່ງ ແລະ ຫຼົບໜີໄປລີ້ຕົວຢູ່ພາຍໃນອາຄານ ເຈົ້າໜ້າທີ່ກະຈາຍກຳລັງອອກຄົ້ນຫາແລ້ວແຕ່ຍັງບໍ່ພົບຕົວຄົນຮ້າຍ ຂະນະທີ່ຂໍ້ມູນຂ່າວກອງອ້າງແຫຼ່ງຂ່າວຈາກອງກຳລັງລັດອິດສະຫຼາມ ຫຼື IS ລະບຸອ້າງນັກຮົບໝາປ່າໂດດດ່ຽວຂອງ IS ກຳລັງປະຕິບັດການໂຈມຕີສະຖານທີ່ດັ່ງກ່າວ ແຕ່ຝ່າຍລັດຖະບານຟິລິບປິນຍັງບໍ່ເຊື່ອຄຳກ່າວອ້າງນັ້ນ ແລະ ເຊື່ອວ່າເຫດຮ້າຍໃນຄັ້ງນີ້ອາດບໍ່ແມ່ນເຫດກໍ່ການຮ້າຍ ແຕ່ເປັນພຽງການພະຍາມປຸ້ນຊັບ.ສະຖານະການຄວາມວຸ້ນວາຍໃນເຂດດັ່ງກ່າວຕໍ່ເນື່ອງເປັນເວລາ 4-5 ຊົ່ງໂມງ ເຈົ້າໜ້າທີ່ຈຶ່ງຄວບຄຸມສະຖານະການໄດ້ ໂດຍເຫດການນີ້ເກີດຂຶ້ນໃນຂະນະທີ່ກອງທັບຟິລິບປິນກຳລັງຕໍ່ສູ້ກັບກຸ່ມກະບົດທີ່ກ່ຽວຂ້ອງກັບ IS ທີ່ຢຶດເມືອງມາຣາວີ ທາງພາກໃຕ້ຂອງປະເທດ.
Powered by Blogger.