Header Ads

ຈີນເລັງເປັນສູນກາງປ່ຽນຖ່າຍອະໄວຍະວະຂອງໂລກ




ສຳນັກຂ່າວຕ່າງປະເທດລາຍງານຈາກກຸງປັກກິ່ງ ປະເທດຈີນ ເມື່ອວັນທີ 27 ກໍລະກົດວ່າ ປະທານຄະນະກຳມາທິການບໍລິຈາກ ແລະປ່ຽນຖ່າຍອະໄວຍະວະແຫ່ງຊາດຂອງຈີນເຜີຍວ່າ ອັດຕາການບໍລິຈາກອະໄວຍະວະໂດຍສະໝັກໃຈ ໃນຈີນເພີ້ມຂື້ນຢ່າງຕໍ່ເນື່ອງ ຈາກເດີມ 30 ຄົນໃນປີ 2553 ເຊິ່ງເປັນທີ່ເລີ້ມຕົ້ນໂຄງການນຳກ່ອນເປັນປີທຳອິດ ເພີ້ມເປັນຫຼາຍກວ່າ 5,500 ຄົນໃນປີນີ້ ເຊິ່ງໝາຍຄວາມວ່າຈະມີອະໄວຍະວະສຳລັບປ່ຽນຖ່າຍແກ່ຜູ້ປ່ວຍໄດ້ປະມານ 28,000 ຄົນໃນປີນີ້

ທ່ານປະທານກ່າວວ່າ  ດ້ວຍພັດທະນາການດັ່ງກ່າວຈຶ່ງປະເມີນວ່າຈີນຈະຂື້ນມາເປັນອັນດັບ 1 ຂອງໂລກເລື່ອງການປ່ຽນຖ່າຍອະໄວຍະວະຕາມຫຼັກຕາມຈັນຍາບັນໃນປີ 2563 ແມ້ຈະຍັງຄົງຕ້ອງຕໍ່ສູ້ກັບຄ່ານິຍົມແລະຄວາມເຊື່ອເດີມໆ ໃນສັງຄົມທີ່ບໍ່ເຫັນດີກັບເລື່ອງດັ່ງກ່າວ ລວມເຖີງກໍລະນີຄອບຄົວຂອງຜູ້ບໍລິຈາກສາມາດລະງັບການບໍລິຈາກໄດ້ ແມ້ຈະເປັນການບໍລິຈາກດ້ວຍເຈດຈຳນົງຂອງເຈົ້າຂອງອະໄວຍະວະກໍ່ຕາມ

ອາລີບາບາ ຜູ້ໃຫ້ບໍລິການດ້ານອິນເຕີເນັດ ໄດ້ເຂົ້າມາມີບົດບາດສຳຄັນໃນການອຳນວຍຄວາມສະດວກເລື່ອງການລົງທະບຽນ ສຳລັບຜູ້ທີ່ປະສົງຈະບໍລິຈາກອະໄວຍະວະທີ່ສາມາດເຮັດໄດ້ພາຍໃນ 10 ວິນາທີ ມີຜູ້ລົງທະຽນແລ້ວຫຼາຍກວ່າ 210,000 ຄົນ ແຕ່ຍັງນັບວ່າໜ້ອຍຫຼາຍເມື່ອທຽບກັບຈຳນວນປະຊາກອນ 1,370 ລ້ານຄົນ ນອກຈາກນີ້ຍັງມີເລື່ອງຄວາມພ້ອມດ້ານບຸກຄະລາກອນທາງການແພດ ແລະການປະສານງານລະຫວ່າງໂຮງໝໍ 173 ແຫ່ງ ທີ່ໄດ້ຮັບອະນຸຍາດ ໃຫ້ດຳເນີນການຜ່າຕັດປ່ຽນຖ່າຍອະໄວຍະວະ

ຈີນໄດ້ດຳເນີນການຢ່າງເດັດຂາດ ເລື່ອງການປ່ຽນຖ່າຍອະໄວຍະວະຢ່າງຜິດກົດໝາຍແລະຈັນຍາບັນ ໂດຍຫ້າມບໍ່ໃຫ້ໃຊ້ອະໄວຍະຈາກນັກໂທດປະຫານຕັ້ງແຕ່ປີ 2558 ເປັນຕົ້ນມາ ແຕ່ຍັງມີຄວາມຄາໃຈຈາກຫຼາຍຝ່າຍ ແລະ ຮຽກຮ້ອງໃຫ້ມີການກວດສອບຈາກພາຍນອກ
Powered by Blogger.