Header Ads

ຂ່າວດີ!! ສຳລັບແຮງງານລາວຢູ່ໄທ 70 ພັນກວ່າຄົນ ທີ່ຈະໄດ້ຮັບການປັບສະຖານະໃຫ້ຖືກກົດໝາຍ

https://blogger.googleusercontent.com/img/b/R29vZ2xl/AVvXsEijmlESgyDHVu3w3k6K7C_v7BqOYSBVvJk150HLXWdh7pLDsoz8rNNRR7YXNoKgYrEE86zFV7Smhhs_ccz3N4_1ByQlMrSJs3kzyiJLrdse7SWx7OQQX_hPHt-ekUx9XjASOx7iZafqckg/s640/
ນັບວ່າເປັນຂ່າວດີ ສຳລັບແຮງງານລາວທີ່ເຮັດວຽກບໍ່ຖືກກົດໝາຍຢູ່ໄທ 70 ພັນກວ່າຄົນ ຈະໄດ້ຮັບການປັບສະຖານະການອອກແຮງງານໃຫ້ຖືກກົດໝາຍ ເຊິ່ງຈະເລີ່ມຕົ້ນນັບແຕ່ວັນທີ 28 ສິງຫາ 2017 ນີ້ໄປຈົນເຖິງ ວັນທີ 16 ມັງກອນ 2018 ສະຖານທີ່ ຊັ້ນ 3 ຂອງຕຶກ IT Square ເຂດຫຼັກ 4 ກຸງເທບ.
        ທ່ານ ພົງສະຫວັນ ໄຊໂກສີ ຮອງຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ (ຮສສ) ໄດ້ລາຍງານກ່ຽວກັບແຜນຂອງຄະນະປະຕິບັດງານໜ່ວຍງານປັບສະຖານະພາບ ແຮງງານ ທີ່ເຮັດວຽກຢູ່ປະເທດໄທແບບບໍ່ຖືກຕ້ອງ ວ່າ: ມາຮອດປັດຈຸບັນ ຄະນະປະຕິບັດງານ ໄດ້ອອກເດີນທາງໄປກຸງເທບ ປະເທດໄທເປັນທີ່ຮຽບຮ້ອຍແລ້ວ ຄະນະດັ່ງກ່າວມີຈຳນວນ 32 ທ່ານ ໃນນີ້ເປັນພະ ນັກງານລັດ 18 ທ່ານ ແລະ ອີກສ່ວນໜຶ່ງແມ່ນພະນັກງານ ທີ່ມາຈາກ 3 ບໍລິສັດ ຄື ບໍລິສັດບົວສະຫວັນຈັດຫາງານ, ບໍລິສັດໄຊຍາ ຈັດຫາງານ ແລະ ບໍລິສັດ ວຽງຈັນຈັດຫາງານ ຈຳນວນ 14 ທ່ານເພື່ອປະ ກອບສ່ວນເຮັດວຽກໃຫ້ບໍລິການ ໜ່ວຍງານປັບສະຖາພາບແຮງງານລາວ.
ສຳລັບສະຖານທີ່ ທີ່ແຮງງານລາວ ສາມາດມາປັບສະຖານະແຮງງານໃຫ້ຖືກຕ້ອງ ແມ່ນຕັ້ງຢູ່ ຊັ້ນ 3 ຂອງຕຶກ IT Square ເຂດຫຼັກ 4 ກຸງເທບເປີດບໍລິການວັນຈັນ ຮອດວັນເສົາ ເວລາ 8:00 – 17:00ໂມງ.
ທ່ານ ຮອງຫົວໜ້າກົມຍັງໄດ້ກ່າວວ່າ: ສຳລັບກົນໄກໃນການປະຕິບັດມີຄື:
ຂັ້ນຕອນທີ 1 ປະກອບຂໍ້ມູນຂອງແຮງງານໃສ່ແບບຟອມ ທີ່ທາງການລາວອອກໄວ້ ແລະ ຖ່າຍຮູບລົງຄອມພິວເຕີ ແລະ ຕິດຮູບໃສ່ແບບຟອມສຳພາດ; ຂັ້ນຕອນທີ
2 ສຳພາດແຮງງານເພື່ອພິສູດຄວາມເປັນພົນລະເມືອງລາວ;
ຂັ້ນຕອນທີ 3 ເກັບຄ່າທຳນຽມ ແລະ ຄ່າບໍລິການ ຈຳນວນ 2,000 ບາດ ຫຼື ປະມານ 500.000 ກີບ ຖ້າມີຜູ້ຕິດ ຕາມແມ່ນ 400 ບາດຕໍ່ຄົນ ຫຼື ປະມານ 100,000 ກີບຕໍ່ຄົນ;
ຂັ້ນຕອນທີ 4 ພິມຂໍ້ມູນຂອງແຮງງານລົງເຄື່ອງຄອມພິວເຕີ ແລະ ພິມບັດຊີໄອ ແລະ ບັດແຮງງານອອກ; ຂັ້ນຕອນທີ 5 ລົງລາຍເຊັນໃສ່ບັັດຊິໄອ ແລະ ບັດແຮງງານ;
ຂັ້ນຕອນທີ 6 ລິດບັດຊີໄອ
ແລະ ຂັ້ນຕອນທີ 7 ແຈກບັດຊີໄອ ແລະ ບັດແຮງງານໃຫ້ຜູ້ອອກບັດແຮງງານເພື່ອດຳເນີນການຕໍ່ໄປ.
ສຳລັບແຮງງານລາວທີ່ເຮັດວຽກຢູ່ປະເທດໄທ ຕາມເອກະສານເກັບກຳຂໍ້ມູນ ທີ່ເປັນເປົ້າໝາຍ ໃນການປັບສະຖານະພາບຢູ່ຕາມແຂວງຕ່າງໆຂອງໄທ ລວມມີຈຳນວນທັງໝົດ ປະມານ 70 ພັນກວ່າຄົນ.


https://blogger.googleusercontent.com/img/b/R29vZ2xl/AVvXsEig9LuGqcxV6voSq5HAwo_Isqehzkt6MI-a1m67ApQNJD6mQ53RQ-BAjvfz7HmZOd6MOm010dKgIYZdUi1MaIf8dVQGBMEY7hdM8I8nMlgiVI9D120kdSlP1PsSqcaE2i5CgzkPTFXTjpc/s640/
Powered by Blogger.