Header Ads

ສະຫະລັດຂວ້ມບາດຊາວຈີນ-ຣັສເຊຍເພາະຊ່ວຍເກົາຫຼີເໜືອ

http://183.182.100.162:8080/sites/default/files/
ສຳນັກຂ່າວຕ່າງປະເທດລາຍງານຈາກກຸງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 22 ສິງຫາວ່າ ກະຊວງການເງິນສະຫະລັດອອກຖະແຫຼງການເມື່ອວັນອັງຄານ ຂື້ນບັນຊີດຳບຸກຄົນແລະນິຕິບຸກຄົນສັນຊາດຈີນແລະຣັສເຊຍລວມ 16 ລາຍຊື່ ຖານສະໜັບສະໜຸນໂຄງການພັດທະນາອາວຸດນິວເຄຼຍຂອງເກົາຫຼີເໜືອ ແລະມີພຶດຕິກຳເຂົ້າຂ່າຍພະຍາຍາມລະເມີດມາດຕະການຂວ້ມບາດຂອງສະຫະລັດທີ່ມີຕໍ່ລັດຖະບານປຽງຢາງ
ທັງນີ້ ລາຍຊື່ຂອງຝ່າຍຈີນໃນມາດຕະການຂ້ວມບາດຮອບລ່າສຸດຂອງລັດຖະບານວໍຊິງຕັນ ທີ່ມີຜົນບັງຄັບໃຊ້ທັນທີ ໂດຍເປັນການຈຳກັດຊ່ອງທາງເຮັດທຸລະກຳແລະອາຍັດຊັບສິນທີ່ມີຢູ່ໃນສະຫະລັດ ລວມເຖິງບໍລິສັດ “ຕ່ານຕົງ ຣິຊ ເອິຣ ເທຣດດິ້ງ” ເຊິ່ງລັດຖະບານວໍຊິງຕັນເຊື່ອວ່າເປັນບໍລິສັດນາຍໜ້າ ຂອງສຳນັກງານພະລັງງານປະລຳມະນູກາງແຫ່ງເກົາຫຼີເໜືອ ບໍລິສັດ “ໝິງເຈິ້ງ ອິນເຕີເນຊັ່ນເນລ ເທຣດດິ້ງ ລິມິເຕັດ” ມີສຳນັກງານໃນຮ່ອງກົງແລະຈີນ ເຊິ່ງສະຫະລັດເຊື່ອວ່າໃນຄວາມເປັນຈິງຄື ທະນາຄານການຄ້າລະຫວ່າງປະເທດຂອງເກົາຫຼີເໜືອ ແລະທ້າວ ຢູ່ເຜິງ ປະທານບໍລິສັດຕານຕົງ ຈີ້ເສິງ ເຊິ່ງລັດຖະບານວໍຊິງຕັນເຊື່ອວ່າເປັນຜູ້ເຮດໜ້າທີ່ລຳລຽງຊັບສິນໃຫ້ກັບເກົາຫຼີເໜືອ
ຂະນະທີ່ລາຍຊື່ຝ່າຍຣັສເຊຍລວມເຖິງ ທ້າວ ມິຄາອິລ ພິສກລິນ ແລະທ້າວ ອັງເດຣ ເຊີບິນ ແລະນາງ ອິຣິນາ ຮຸດ ໂດຍສະຫະລັດເຊື່ອວ່າບຸກຄົນທັງສາມເຮັດໜ້າທີ່ນາຍໜ້າຄ້າພະລັງງານ ໃນນາມຂອງລັດຖະບານປຽງຢາງ ຜ່ານບໍລິສັດເຊິ່ງມີສຳນັກງານຢູ່ໃນສິງກະໂປ
ການເພີ້ມການຂ້ວມບາດຂອງລັດຖະບານວໍຊິງຕັນຕໍ່ເກົາຫຼີເໜືອໃນຄັ້ງນີ້ ເກີດຂື້ນທ່າມກາງບັນຍາກາດບົນຄາບສະໝຸດເກົາຫຼີເໜືອທີ່ຍັງຕຶງຄຽດຢ່າງໜັກ ໂດຍສະຫະລັດຢູ່ລະຫວ່າງຝຶກຊ້ອມຮົບຮ່ວມກັບເກົາຫຼີໃຕ້ຈົນເຖິງທ້າຍເດືອນນີ້ ເຊິ່ງເປັນຄວາມເຄື່ອນໄຫວທາງທະຫານທີ່ລັດຖະບານປຽງຢາງຕໍ່ຕ້ານມາຕະຫຼອດ ແລະສຳນັກຂ່າວກາງເກົາຫຼີ (ເຄຊີເອັນເອ) ເຜີຍແຜ່ໂຄສະນາຊວນເຊື່ອຕໍ່ຕ້ານສະຫະລັດຊຸດລ່າສຸດເມື່ອວັນອັງຄານ ເປັນປ້າຍຊື່ຂອງປະທານາທິບໍ່ດີໂດນັລ ທຣຳ ບົນສຸສານແຫ່ງໜຶ່ງທີ່ມີການລະບຸວ່າເປັນເກາະກວມ

ແຫຼ່ງຂ່າວ: ເດລິນິວ
Powered by Blogger.