Header Ads

ເນເທີແລນເລັງຂ້າໄກ່ຫຼາຍລ້ານໂຕ ຄວບຄຸມວິກິດໄກ່ປົນເປື້ອນ

 http://183.182.100.162:8080/sites/default/files/

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງບຣັສເຊລ ປະເທດເບວຢ້ຽມ ເມື່ອວັນທີ 8 ສິງຫາວ່າ ຄະນະກຳມາທິການເອີຣົບ (ອີຊີ) ກ່ຽວກັບສະຖານະການໄຂ່ໄກ່ສົດປົນເປື້ອນຢາຂ້າແມງໄມ້ໃນຫຼາຍປະເທດຂອງເອີຣົບ ວ່າຂໍ້ມູນຈາກລະບົບ ເຕືອນໄພເລັ່ງດ່ວນດ້ານອາຫານຂອງອີຊີລະບຸວ່າ ໄຂ່ໄກ່ສົດຕ້ອງສົງໃສປົນເປືອນອາດເຂົ້າສູ່ປະເທດຝລັ່ງ ສີວີເດັນ ສະວິດເຊີແລນ ອັງກິດແລ້ວ ໂດຍເປັນການສົ່ງອອກຈາກເຢຍລະມັນ ຢ່າງໃດກໍຕາມ ຂື້ນຢູ່ກັບໜ່ວຍງານຂອງແຕ່ ລະປະເທດວ່າຈະກວດສອບແນວໃດ ແຕ່ອີຊີເຊື່ອວ່າສາມາດສືບແກະຮອບໄດ້ບໍ່ຍາກ ຂະນະທີ່ມີລາຍງານແຕ່ລະປະເທດເກັບໄຂ່ສົດອອກຈາກຊັ້ນວ່າງຈຳໜ່າຍແລ້ວຫຼາຍລ້ານໜ່ວຍ
ທັງນີ້ເບວຢ້ຽມເປັນຜູ້ແຈ້ງເຕືອນຕໍ່ອີຊີເມື່ອວັນທີ 20 ກໍລະກົດທີ່ຜ່ານມາ ວ່າໄຂ່ໄກ່ສົດທີ່ວາງຈຳໜ່າຍຢູ່ໃນຫຼາຍປະເທດຂອງເອີຣົບ ອາດມີການປົນເປືອນຂອງຢາຂ້າແມງໄມ້ “ຟີໂພຣນິລ” (Fipronil) ແຕ່ການທີ່ມີລາຍງານວ່າລັດຖະບານ ບຣັສເຊລຮູ້ເລື່ອງຕັ້ງແຕ່ເດືອນມິຖຸນາ ແຕ່ກັບປິດເປັນຄວາມລັບ ສ້າງຄວາມບໍ່ພໍໃຈຢ່າງນັກໃຫ້ແກ່ເຢຍລະມັນ ສະນັ້ນເບລຢ້ຽມພະຍາຍາມຊີ້ແຈງວ່າທີ່ຍັງບໍ່ເປີດເຜີຍຂໍ້ມູນຕໍ່ສາທາລະນະຊົນໃນທັນທີ ເພາະຕ້ອງການສອບສວນເປັນ ການພາຍໃນກ່ອນ ໂດຍໄຂ່ໄກ່ສົດສ່ວນໃຫຍ່ຜະລິດແລະສົ່ງອອກຈາກເນເທີແລນ ເຊິ່ງເປັນຜູ້ຜະລິດໄຂ່ໄກ່ສົດລາຍໃຫຍ່ທີ່ສຸດຂອງເອີຣົບ ແລະຢູ່ໃນອັນດັບຕົ້ນຂອງໂລກ

 http://183.182.100.162:8080/sites/default/files/


ດ້ານຂໍ້ມູນຈາກອົງການອານາໄມໂລກ (ດັບເບີ້ນຢູເອຊໂອ) ລະບຸວ່າຟີໂພນິລເປັນສານພິດລະດັບກາງ ແລະການບໍລິໂພກໃນປະລິມານຫຼາຍອາດເປັນອັນຕະລາຍຕໍ່ໄຕ ຕັບ ແລະລະບົບທໍ່ນ້ຳເຫຼືອງໃນຮ່າງກາຍ ດ້ານພະນັກງານສອບສວນ ຂອງເນເທີແລນແລະເບວຢ້ຽມກຳລັງສົງໃສວ່າ ການທີ່ຟີໂພຣເປັນຢາຂ້າແມງໄມ້ຄອບຈັກກະວານ ທີ່ສາມາຂ້າພວກເພ້ຍ ປວກ ເຫັບ ແລະໝັດ ອາດເຮັດໃຫ້ຜຸ້ປະກອບການລັກລອບນຳມາໃຊ້ກັບໄກ່ລືບໍ່ ໂດຍທັງສອງປະເທດສັ່ງປິດ ຟາມໄກ່ເປັນການຊົ່ວຄາວລວມກັນຫຼາຍກວ່າ 200 ແຫ່ງ ແລະຢູ່ລະຫວ່າງພິຈາລະນາການຂ້າໄກ່ທີ່ໄດ້ຮັບສານຟີໂພຣນິລດ້ວຍ ເຊິ່ງອາດມີຈຳນວນຫຼາຍເຖິງຫຼາຍລ້ານໂຕ

Powered by Blogger.