Header Ads

ທຣຳ-ຄິມ ເຮັດສົງຄາມນ້ຳລາຍຍົກໃໝ່


ຜົນ​ການ​ຊອກຫາ​ສຳລັບ trump

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 8 ສິງຫາວ່າ ປະທານາທິບໍດີໂດນັລທຣຳ ເຊິ່ງຢູ່ລະຫວ່າງການລາພັກຮ້ອນທີ່ສະໜາມກ໊ອບສ່ວນໂຕ ໃນເມືອງເບດມິນສະເຕີ ລັດນິວເຈີຊີ ກ່າວເມື່ອວັນອັງຄານວ່າ ທ່ານ ຄິມ ຈອງ-ອຶນ ເປັນໄພຄຸກຄາມຮ້າຍແຮງຕໍ່ຄວາມໝັ້ນຄົງຂອງສະຫະລັດ ແລະ “ເກົາຫຼີເໜືອຢ່າຂົ່ມຂູ່ສະຫະລັດໄປຫຼາຍກວ່ານີ້ຈະດີກວ່າ” ເນື່ອງຈາກຫາກສະຖານະການຍັງຄົງເປັນແບບນີ້ຕໍໄປ ລັດຖະບານປຽງຢາງອາດຕ້ອງເຈີກັບ “ໄຟແຄ້ນແລະຄວາມໂກດກ້ຽວ” ຄັ້ງຮຸນແຮງໃນລະດັບທີ່ “ໂລກຍັງບໍ່ເຄີຍເຫັນມາກ່ອນ”

ຢ່າງໃດກໍ່ຕາມ ພາຍໃນອີກບໍ່ເທົ່າໃດຊົ່ວໂມງຕໍ່ມາ ສຳນັກຂ່າວກາງເກົາຫຼີ (ເຄຊີເອັນເອ) ຂອງເກົາຫຼີເໜືອ ລາຍງານວ່າລັດຖະບານປຽງຢາງກຳລັງພິຈາລະນາຢ່າງຈິງຈັງ ກ່ຍວກັບຄວາມເປັນໄປໄດ້ໃນການໃຊ້ຂີປະນາວຸດນຳວິຖີໄລຍະກາງ “ຮວາຊອງ-12” ໂຈມຕີຖານທັບຂອງສະຫະລັດທີ່ຢູ່ບົນເກາະກວມ ທາງຕາເວັນຕົກຂອງມະຫາສະໝຸດປາຊີຟິກ ຂະນະທີ່ໜັງສືພິມເດີະ ວໍຊິງຕັນ ໂພສ ລາຍງານໃນເວລາໄລ່ເລ່ຍກັນ ໂດຍອ້າງແຫຼ່ງຂ່າວໃນສຳນັກຂ່າວກອງປ້ອງກັນປະເທດ (ດີໄອເອ) ວ່າມີການປະເມີນສັກກະຍະພາບດ້ານການພັດທະນາອາວຸດຂອງເກົາຫຼີເໜືອ ວ່າພຽງພໍແກ່ການພັດທະນາຫົວຮົບນິວເຄຼຍຂະໜາດນ້ອຍສຳລັບຕິດຕັ້ງບົນຂີປະນາວຸດໄດ້ແລ້ວ ເຊິ່ງລວມເຖິງຂີປະນາວຸດຂ້າມທະວີບ (ໄອຊີບີເອັມ)

ທັງນີ້ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ຢູເອັນເອສຊີ) ມີມະຕິເປັນເອກກະສັນເມື່ອທ້າຍອາທິດທີ່ຜ່ານມາ ອອກມາດຕະການຂ້ວມບາດທາງເສດຖະກິດຊຸດໃໝ່ຕໍ່ເກົາຫຼີເໜືອ ໂດຍມຸ່ງເນັ້ນອຸດສະຫະກຳການສົ່ງອອກຖ່ານຫີນ ຕະກົ່ວ ແຮ່ຕະກົ່ວ ເລັກ ແຮ່ເຫຼັກ ແລະອາຫານທະເລ ອີກທັງລະງັບການເຮັດທຸລະກຳລະຫວ່າງເກົາຫຼີເໜືອກັບປະຊາຄົມໂລກອີກຫຼາຍລາຍການ ເຊິ່ງອາດສ້າງຄວາມສູນເສຍທາງເສດຖະກິດໃກຫ້ແກ່ເກົາຫຼີເໜືອຫຼາຍເຖິງ 1,000 ລ້ານໂດລາສະຫະລັດ ເພື່ອລົງໂທດທີ່ລັດຖະບານປຽງຢາງທົດສອບໄອຊີບີເອັມ “ຮວາຊອງ-14” ສອງຄັ້ງເມື່ອເດືອນທີ່ຜ່ານມາ
Powered by Blogger.