Header Ads

ຜູ້ໂດຍສານຊາວຍີ່ປຸ່ນ ເສຍຊີວິດຈາກອຸບັດຕິເຫດ 1 ຄົນທີ່ຫລວງນໍ້າທາ


        ຜູ້ໂດຍສານຊາວຍີ່ປຸ່ນ ເສຍຊີວິດຄາທີ່ 1 ຄົນ ຈາກອຸບັດຕິເຫດລົດ 12 ລໍ້ ຕໍາກັບລົດໂດຍສານ ຫຼວງນໍ້າທາ, ທີ່ເກີດຂຶ້ນໃນຕົ້ນເດືອນກັນຍາ 2017 ທີ່ຜ່ານມາ, ທີ່ຖະໜົນ R3 ຂອບເຂດບ້ານນໍ້າຈີຣ-ບ້ານພູລັນໃຕ້ ເມືອງວຽງພູຄາ ແຂວງຫຼວງນໍ້າທາ.
   ເຈົ້າໜ້າທີ່ພະແນກຕຳຫຼວດຈາລະຈອນ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ນາງຊີໂກະ ໂຊສຸກິ ອາຍຸ 36 ປີ ສັນຊາດຍີ່ປຸ່ນ ເສຍຊີວິດຄາທີ່ ໃນອຸບັດຕິເຫດລົດ 12 ລໍ້ ຕໍາກັບລົດເມໂດຍສານ ໃນຄັ້ງວັນທີ 5 ກັນຍາ 2017 ຜ່ານມາ, ເຊິ່ງທ້າວ ລີຫົງມີງ ອາຍຸ 45 ປີ ຢູ່ບ້ານທົ່ງຫາຍ ເມືອງຢຸຍຊີ ແຂວງຢູນນານ ສປປ ຈີນ ຄູ່ລະນີໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ກ່ອນເກີດເຫດໄດ້ຂັບຂີ່ລົດ 12 ລໍ້ ສີແດງ ຍີ່ຫໍ້ F53300 ອອກຈາກພູຄາ ມຸ້ງໜ້າໄປສົ່ງສິນຄ້າຢູ່ບໍ່ແກ້ວ. ພໍຮອດຈຸດເກີດເຫດຂອບເຂດທາງໂຄ້ງບ້ານນໍ້າຈີຣ-ບ້ານພູລັນໃຕ້ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຕຳໃສ່ລົດເມໂດຍສານສີຂາວ ຍີ່ຫໍ້ໂຕໂຍຕ້າ ທະບຽນ ບກ 0644 ຫຼວງນໍ້າທາ ເຊິ່ງຂັບຂີ່ໂດຍທ້າວ ຈັນສີນວນ ອາຍຸ 40 ປີ ຂັບລົດຢູ່ບ້ານດອນໄຈ ເມືອງສິງ ແຂວງຫຼວງນໍ້າທາ.

     ອຸບັດຕິເຫດຄັ້ງນີ້, ມີຜູ້ໂດຍສານທີ່ມາກັບລົດເມ ຈໍານວນ 15 ຄົນ; ໃນນີ້, ໄດ້ຮັບບາດເຈັບເລັກນ້ອຍ 4 ຄົນ ແລະ ສົມຄວນ 3 ຄົນ.
ຂ່າວ: ຫນັງສືພິມຄວາມສະຫງົບ
Powered by Blogger.