Header Ads

ຈີນ ສ້າງ​ກອງ​ທຶນ​ການ​ລົງ­ທຶນ 15,3 ຕື້​ໂດ​ລາ ​ໃຫ້​ແກ່​ບັນ­ດາ​ໂຄງ­ການ​ຮ່ວມ​ມື​ກັບ​ຣັດ​ເຊຍ

ຜົນ​ການ​ຊອກຫາ​ສຳລັບ ຈີນ ລັດເຊຍ


ທ່ານ ຫວາງ​ຢາງ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ຈີນ ແຈ້ງ​ໃຫ້​ຮູ້­ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ ຈີນ​ພວມດຳ­ເນີນ​ການ​ສ້າງ​ກອງ​ທຶນ​ການ​ລົງ­ທຶນມູນ​ຄ່າ 100 ຕື້​ຢວນ (ເທົ່າ​ກັບ 15,3 ຕື້ໂດ​ລາ​ສະ­ຫະ­ລັດ) ເພື່ອ​ໃຫ້​ຄວາມ​ຊ່ວຍ­ເຫຼືອ​ດ້ານ​ການ​ເງິນ ໃຫ້​ແກ່​ບັນ­ດາ​ໂຄງ­ການ​ຮ່ວມ​ມື​ໃນ​ພາກ​ພື້ນ ລະ­ຫວ່າງ​ ຈີນ ກັບ​ ຣັດ​ເຊຍ.
ທ່ານ ຫວາງ​ຢາງ ກ່າວ​ຢູ່​ນອກ​ເວ­ທີ​ປາ​ໄສ​ເສດ­ຖະ­ກິດ​ທິດ­ຕາ­ເວັນ­ອອກ ​ຄັ້ງ​ທີ 3 ທີ່​ນະ­ຄອນ ວາ​ລາ​ດີວ​ົສ​ຕົກ (ຣັດ​ເຊຍ) ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ ຈີນ​ມີ​ຄວາມ​ພ້ອມ​ໃນ​ການເພີ່ມ​ຂອບ​ຂະ­ໜາດຂອງ​ກອງ​ທຶນ​ການ​ລົງ­ທຶນ​ດັ່ງ­ກ່າວ ແລະ​ ສະ­ເໜີ​ໄປ​ຍັງກອງ​ທຶນເສັ້ນ­ທາງ​ສາຍ­ໄໝ ໃຫ້​ຄວາມ​ຊ່ວຍເຫຼືອ​ດ້ານ​ການ​ເງິນ​ ໃຫ້​ແກ່​ບັນ­ດາ​ໂຄງ­ການ​ຮ່ວມ​ຂອງ​ຈີນ ກັບ ​ຣັດ​ເຊຍ.
ທ່ານ ຫວາງ​ຢາງ ຍັງ​ໃຫ້​ຮູ້​ຕື່ມ​ວ່າ ລັດ­ຖະ­ບານ​ຈີນ ​ສົ່ງ­ເສີມ​ບັນ­ດາ​ວິ​ສາ​ຫະ​ກິດທີ່​ລົງ­ທຶນ​ເຂົ້າ​ໄປ​ໃນ​ເຂດ​ຕາ­ເວັນ​ອອກ​ໄກ​ຂອງ​ຣັດ​ເຊຍ ແລະ ​ເປີດ​ກວ້​າງ​ການ​ຮ່ວມ​ມື​ໃນ​ຂົງ­ເຂດ​ການຜະ­ລິດ ຂຸດ​ຄົ້ນ​ຊັບ­ພະ­ຍາ­ກອນ ພື້ນ­ຖານ​ໂຄງ​ລ່າງ ກະ­ສິ­ກຳ ແລະ ​ການ­ທ່ອງ­ທ່ຽວ.

ຂໍ້ມູນຈາກ: ວຽງຈັນໃຫມ່
Powered by Blogger.