Header Ads

ກາຕາຣ໌ຕົກລົງຊື້ເຮືອບິນຮົບໄຕ້ຝຸ່ນຂອງອັງກິດ 24 ລຳ

http://183.182.100.162:8080/sites/default/files/

ລັດຖະບານກາຕາຣ໌ ລົງນາມຊື້ເຮືອບີນຮົບ “ຢູໂຣເຕີໄຕ້ຝຸ່ນ” ຈຳນວນ 24 ລຳຈາກອັງກິດ ນີ້ຖືເປັນການຊື້ອາວຸດຄັ້ງໃຫຍ່ຄັ້ງທີສອງຂອງ ໂດຮາ

ສຳນັກຂ່າວເອເອຟພີລາຍງານຈາກນະຄອນຫຼວງ ໂດຮາ ປະເທດ ກາຕາຣ໌ ເມື່ອວັນທີ 17 ກັນຍາ 2017ນີ້ວ່າ ທ່ານ ຄາຫລິດ ບິນ ໂມຮັມເໝັດ ອັລ-ອັດຕິຍາ ແລະ ທ່ານ ໄມເຄິລ ຟັລລອນ ລັດຖະມົນຕີກະຊວງປ້ອງກັນປະເທດຂອງກາຕາຣ໌ ແລະ ອັງກິດ ລົງນາມໃນ “ຖະແຫຼງການສະແດງຈຸດປະສົງ” ສຳລັບອັງກິດທີ່ຈະຂາຍເຮືອບິນຮົບໄຕ້ຝຸ່ນ ທີ່ນະຄອນໂດຮາ ເມື່ອວັນອາທິດ ແຕ່ບໍ່ລະບຸມູນຄ່າການຊືຂາຍ

ຟັລລອນກ່າວວ່າພາຍຫຼັງໄດ້ລົງນາມວ່າ ນີ້ເປັນສັນຍາດ້ານກະຊວງປ້ອງກັນປະເທດຄັ້ງໃຫຍ່ຄັ້ງທຳອິດກັບກາຕາຣ໌ ໜຶ່ງໃນຫຸ້ນສ່ວນທາງຍຸດທະສາດທີ່ສຳຄັນຂອງອັງກິດ ການຕົກລົງກັນຈະເປັນພື້ນຖານສຳລັບການກະຊັບຄວາມຮ່ວມ ມືດ້ານການທະຫານລະຫວ່າງ 2 ປະເທດ

Powered by Blogger.