ຕັດສິນປະຫານຊີວິດ ຖານຂົນສົ່ງຢາເສບຕິດ ນໍ້າໜັກ 6 ກິໂລກຼາມ
ໃນອາທິດຜ່ານມາ, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງຫຼວງນໍ້າທາ
ໄດ້ຕັດສິນຄະດີຄ້າຂາຍຢາເສບຕິດ ຈຳນວນ 2 ເລື່ອງ ມີຈໍາເລີຍ 3 ຄົນ
ໂດຍຄະນະສານໄດ້ພິຈາລະນາສໍານວນຄະດີ ບວກກັບຫຼັກຖານຈຶ່ງໄດ້ຕັດສິນຈໍາເລີຍ 1 ປະຫານຊີວິດ
ແລະ ຕັດອິດສາລະພາບຕະຫຼອດຊີວິດ ຈໍາເລີຍ 2 ແລະ 3.
ຈໍາເລີຍທີ 1 ຊື່ ທ້າວ
ສິງຄຳ ອາຍຸ 29 ປີ ຢູ່ບ້ານໂພນພະ ເມືອງອານຸວົງ ແຂວງໄຊສົມບຸນ ໃນຂໍ້ຫາຂົນສົ່ງຢາເສບຕິດ
ປະເພດຢາບ້າ. ເຊິ່ງສານອາຍາຂັ້ນຕົ້ນແຂວງຫຼວງນໍ້າທາ ໄດ້ພິຈາລະນາຕັດສິນລົງໂທດຕາມມາດຕາ 2
ຂໍ້ 2 ວັກ 4 ຂອງກົດໝາຍ ວ່າດ້ວຍການປັບປຸງມາດຕາ ( 146 ) ຂອງກົດໝາຍອາຍາ
ພ້ອມທັງຮິບຢາບ້າຈຳນວນ 30 ມັດ ເທົ່າກັບ 60.000 ເມັດ, ນໍ້າໜັກ 6 Kg ເພື່ອທຳລາຍຖິ້ມ
ແລະ ຮິບໂທລະສັບຢູນິເທວສີຂາວເທົາ 1 ໜ່ວຍ ທີ່ຈຳເລີຍນຳໃຊ້ໃນການກະທຳຜິດ
ເຂົ້າເປັນຂອງລັດ.
ສ່ວນຈຳເລີຍທີ 2 ຊື່ ທ້າວ
ກໍປາ ອາຍຸ 32 ປີ ແລະ ທ້າວ ເຄີມື ອາຍຸ 27 ປີ ທັງສອງຢູ່ບ້ານປຸງຊາຍ ເມືອງລອງ
ແຂວງຫຼວງນໍ້າທາ ຖືກກັກຕົວວັນທີ 13 ພະຈິກ 2016 ໃນສະຖານຂົນສົ່ງຢາເສບຕິດ
ປະເພດຢາບ້າຈຳນວນ 18.000 ເມັດ, ໜັກ 1,8 ກິໂລກຼາມ ຖືກຕັດສິນລົງໂທດຕາມມາດຕາ 2 ຂໍ້ 2
ວັກ 3 ຂອງກົດໝາຍອາຍາ ວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍອາຍາ
ຕັດອິດສະລະພາບຈຳເລີຍທັງສອງຕະຫຼອດຊິວີດ. ພ້ອມທັງຮິບຢາບ້າຈຳນວນ 18.000 ເມັດ, ໜັກ 1,8
ກິໂລກຼາມ ເພື່ອທຳລາຍຖີ້ມທັງໝົດ, ຮິບໂທລະສັບຢູນິເທວສີດຳ 1 ໜ່ວຍ, ໂທລະສັບໄອຄິວສີຂາວ 2
ໜ່ວຍ ທີ່ພວກຈຳເລີຍໄດ້ນຳໃຊ້ໃນການກະທຳຜິດ ເຂົ້າເປັນຂອງລັດ.
ຂ່າວໃຫ້ຮູ້ຕື່ມອີກວ່າ:
ໃນວັນດຽວກັນນີ້, ສານອາຍາສານປະຊາຊົນແຂວງຫຼວງນໍ້າທາ ໄດ້ຕັດສິນຄະດີສໍ້ໂກງຊັບຂອງລັດ ແລະ
ພົນລະເມືອງ ຈໍາເລີຍ ຊື່ ທ້າວ ຈ່ອຍ ຫຼື ບຸນລັກ ອາຍຸ 39 ປີ ຖືກກັກຕົວວັນທີ 30 ກັນຍາ
2016, ນາງ ຈຸລຸນີ ອາຍຸ 37 ປີ ຖືກກັກຕົວວັນທີ 5 ເມສາ 2017 ທັງສອງຢູ່ບ້ານໂພນທອງ
ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກສານຕັດສິນລົງໂທດຕາມມາດຕາ 109 ວັກ 2 ແລະ ມາດຕາ 120
ວັກ 2 ຂອງກົດໝາຍອາຍາສະບັບປັບປຸງ ປີ 2005 ຕັດອິດສະລະພາບຜູ້ລະ 5 ປີ
ໃນສະຖານສໍ້ໂກງຊັບຂອງລັດ ແລະ ພົນລະເມືອງ
ພ້ອມທັງໃຊ້ແທນຄ່າເສຍຫາຍໂຈດທາງແພ່ງໃຫ້ຄົບຕາມຈໍານວນ.
ແຫຼ່ງ
ໜັງສືພີມຄວາມສະຫງົບ