Header Ads

ຈັບຍົກແກ້ງລັກລົດຈັກ ຂາຍທອອນລາຍ ຂະຫຍາຍຜົນໄດ້ທັງໝົດ 9 ຄົນ

ຈັບຍົກແກ້ງລັກລົດຈັກ ຂາຍທອອນລາຍ ຂະຫຍາຍຜົນໄດ້ທັງໝົດ 9 ຄົນ
ในภาพอาจจะมี 5 คน, ผู้คนกำลังนั่ง และ สถานที่ในร่ม
ກໍາລັງເປັນທີ່ນິຍົມກ່ຽວກັບ ການປະກາດຂາຍສິນຄ້າທາງສື່ອອນລາຍ (ທາງເຟສບຸກ) ເຊັ່ນ: ເຄື່ອງໃຊ້ຊີວິດປະຈໍາວັນ, ພາຫະນະ, ປະເພດອາຫານຕ່າງໆ ເພາະເປັນວິທີທີ່ງ່າຍ ແລະ ເຂົ້າເຖິງຜູ້ຄົນໄດ້ຫຼາຍ, ໄວທັນໃຈ ແລະ ໄດ້ຮັບຜົນດີ, ສ່ວນຫຼາຍກໍແມ່ນຖືກຕາມລະບຽບກົດໝາຍ. ແຕ່ກໍມີຄົນຈໍານວນໜຶ່ງສວຍໂອກາດເອົາຊັບສິນຜິດກົດໝາຍໄປປະກາດຂາຍທາງສື່ອອນລາຍ ໂດຍສະເພາະລົດຈັກ. ດັ່ງຄະດີລາຍນີ້, ເດືອນສິງຫາ 2017 ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດວິຊາສະເພາະ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຕິດຕາມຈັບຕົວກຸ່ມແກ້ງດັ່ງກ່າວ ແລະ ຂະຫຍາຍຜົນຫາຜູ້ລັກໄດ້ ລວມທັງໝົດ 9 ຄົນ ໄປສອບສວນດໍາເນີນຄະດີຕາມກົດໝາຍ.
ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ຜູ້ຖືກຫາທັງ 9 ຄົນຊື່ ທ້າວ ເພັດສະໝອນ ຫຼື ແຈັກ ອາຍຸ 26 ປີ ແລະ ທ້າວ ນ້ອຍ ອາຍຸ 22 ປີ ທັງສອງຢູ່ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ, ທ້າວ ໂອຫຼ້າ ອາຍຸ 22 ປີ ຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ, ທ້າວ ພຸດທະສອນ ອາຍຸ 21 ປີ, ທ້າວຈອນນີ້ ອາຍຸ 18 ປີ, ທ້າວ ອາລຸນ ອາຍຸ 23 ປີ, ທ້າວ ຄຳພັນ ອາຍຸ 19 ປີ ທັງ 4 ຄົນນີ້ຢູ່ບ້ານດອນກອຍ, ທ້າວ ເຂັມທິດ ອາຍຸ 39 ປີ ຢູ່ບ້ານໂພນປ່າເປົ້າ ຂຶ້ນກັບເມືອງສີສັດຕະນາກ, ທ້າວ ມັອດດີ້ ອາຍຸ 18 ປີ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.


ในภาพอาจจะมี รถมอเตอร์ไซค์ และ สถานที่กลางแจ้ง
ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ໃນເບື້ອງຕົ້ນ ໃນວັນທີ 13 ສິງຫາ 2017 ຜູ້ເສຍຫາຍຢູ່ບ້ານເກົ້າຍອດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ: ມີຄົນຮ້າຍເຂົ້າມາລັກເອົາລົດຈັກເວບ 100 ສີແດງດຳ ຢູ່ໂຮງຮຽນ ຄວສ, ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະລົງເກັບກຳຂໍ້ມູນຫຼັກຖານ ພ້ອມທັງຂຶ້ນເປົ້າໝາຍຕາມຈຸດຫຼໍ່ແຫຼມຕ່າງໆ, ມາວັນທີ 18 ສິງຫາ 2017 ພົບເຫັນຄົນປະກາດຂາຍລົດຈັກທາງສື່ອອນລາຍ (ເຟສບຸກ) ລັກຊະນະລົດຈັກຄ້າຍຄືກັນກັບຜູ້ເສຍຫາຍເຂົ້າແຈ້ງກ່ອນໜ້ານີ້. ຈາກນັ້ນ, ຈຶ່ງໄດ້ຕິດຕາມການເຄື່ອນໄຫວເຈົ້າຂອງຜູ້ປະກາດຂາຍລົດຄັນດັ່ງກ່າວ.
ມາຮອດວັນ 19 ສິງຫາ 2017 ກໍສາມາດຈັບຕົວທ້າວ ເພັດສະໝອນ ແລະ ທ້າວ ນ້ອຍ ມາສອບສວນ. ຜ່ານການສອບສວນ ພວກກ່ຽວຮັບສາລະພາບວ່າ: ລົດທີ່ນໍາມາຂາຍແຕ່ລະຄັ້ງເປັນລົດຈັກທີ່ລັກມາທຸກຄັນ ໂດຍຮັບຈາກ ທ້າວ ໂອຫຼ້າ ນໍາມາຂາຍໃຫ້ ເຊິ່ງມີທ້າວ ພຸດທະສອນ, ທ້າວ ຈອນນີ້, ທ້າວ ອາລຸນ, ທ້າວ ຄຳພັນ, ທ້າວ ເຂັມທິດ ແລະ ທ້າວ ມັອດດີ້ ເປັນຜູ້ເຄື່ອນໄຫວລັກເພື່ອມາເກັບຮັກສາໄວ້ ເພື່ອລໍຖ້າຂາຍ. ຜ່ານມາໄດ້ຂາຍລົດຈັກມາແລ້ວ ຈຳນວນ 7 ຄັ້ງ ຄັ້ງທຳອິດ ແມ່ນລົດຈັກເວບ 100 ສີຟ້າດຳ ມູນຄ່າ 3.000.000 ກີບ, ຕໍ່ມາລົດຈັກເວບ 100 ສີແດງດໍາ ຂາຍໃນລາຄາ 1.500.000 ກີບ, ຖັດມາແມ່ນລົດຈັກເວບຈີນ ສີແດງດຳ ຂາຍມູນຄ່າ 1.000.000 ກີບ, ຄັ້ງທີ 4 ແມ່ນລົດຈັກເວບ 100 ຂາຍໃນລາຄາ 6.000.000 ກີບ, ຄັ້ງທີ 5 ແມ່ນລົດຈັກເວບຮ້ອຍ ສີແດງດຳ ຂາຍໃຫ້ກັບຊາຍບໍ່ຮູ້ບ້ານ ຂາຍໃນລາຄາ 6.300.000 ກີບ, ໃນເດືອນສິງຫານີ້ ແມ່ນໄດ້ຮັບຊື້ລົດຈັກ 2 ຄັ້ງ. ສ່ວນເງິນທີ່ໄດ້ຈາກການຊື້ຂາຍລົດຈັກແຕ່ລະຄັນ ແມ່ນໄດ້ນຳໄປໃຊ້ຈ່າຍຫຼິ້ນກິນຈົນໝົດ.
ພວກກ່ຽວຮັບສາລະພາບວ່າ: ລົດຈັກທີ່ໄດ້ມາປະກາດແຕ່ລະຄັນ ສ່ວນຫຼາຍຊອກຫາລັກ ແລະ ປຸ້ນເອົາຂອງປະຊາຊົນ ໂດຍຈະກໍ່ເຫດຢູ່ຕາມເຂດບ້ານດົງຄຳຊ້າງ, ບ້ານເມືອງນ້ອຍ ແລະ ບ້ານດອນກອຍ ໂດຍເປົ້າໝາຍແມ່ນເປັນຜູ້ຍິງຂັບລົດຄົນດຽວໃນຍາມກາງຄືນ ແລະ ຢູ່ຕາມເສັ້ນທາງທີ່ປ່ຽວ-ມືດ, ຜ່ານມາໄດ້ຮ່ວມກັນກໍ່ເຫດມາແລ້ວ ຈຳນວນ 11 ຄັ້ງ, ລົດທີ່ລັກມາແຕ່ລະຄັ້ງນັ້ນ ແມ່ນເອົາໄປປະກາດຂາຍທາງເຟສບຸກ.
----------
LSecurityNews
Powered by Blogger.