Header Ads

ຢາຄຸມກຳເນີດ…ກິນດຸຕິດຕໍ່ກັນໄປດົນໆສ່ຽງຕໍ່ບັນຫາສຸຂະພາບ

ຮູບ​ທີ່​ກ່ຽວ​ຂ້ອງ
ຢາຄຸມກຳເນີດອີກໜື່ງວິທີຄຸມກຳເນີດທີ່ໄດ້ຮັບຄວາມນິຍົມແຕ່ເຄີຍຮູ້ກັນບໍ່ວ່າການກິນຢາຄຸມກຳເນີດຕິດຕໍ່ກັນດົນໆສົ່ງຜົນກະທົບຕໍ່ສຸຂະພາບແລະສ່ຽງຕໍ່ການເປັນໂລກຕ່າງໆອີກຫຼາຍ
ການກິນຢາຄຸມກຳເນີດເປັນອີກໜື່ງທາງເລືອກທີ່ໃນການຄຸມກຳເນີດທີ່ສາວໆນິຍົມໃຊ້ເພາະເປັນວິທີທີ່ສະດວກແລະມີປະສິດທິພາບຫຼາຍຄົນເລີຍຫຼົງໃຊ້ຢ່າງຕໍ່ເນື່ອງໂດຍຫາຮູ້ບໍ່ວ່າການກິນຢາຄຸມກຳເນີດຫຼາຍເກີນໄປອາດເຮັດໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບຕ່າງໆໄດ້ແບບບໍ່ຄາດຄິດໂດຍມີການສຶກສາພົບວ່າຜູ້ຍິງເຮົາບໍ່ຄວນໃຊ້ຢາຄຸມກຳເນີດຕິດຕໍ່ກັນເປັນເວລາດົນກວ່າ 5 ປີ ແຕ່ຫາກມີຄວາມຈຳເປັນຕ້ອງໃຊ້ກໍ່ຄວນເວັ້ນໄລຍະໃນການໃຊ້ຢ່າງໜ່ອຍ 6 ເດືອນ ມື້ນີ້ເຮົາຈະພາສາວໆໄປຮຽນຮູ້ໄພສ່ຽງສຸຂະພາບການກິນຢາຄຸມເພື່ອໃຫ້ສາວໆໄດ້ລະມັດລະວັງໃນການໃຊ້ຫຼາຍຂື້ນ.
  • ໂລກຫົວໃຈ ແລະ ຫຼອດເລືອດ
ການກິນຢາຄຸມກຳເນີດຕິດຕໍ່ກັນດົນໆສາມາດເພີ່ມຄວາມສ່ຽງພາວະຫຼອດເລືອດອຸດຕັນໂດຍສະເພາະກັບຄົນທີ່ສູບຢາຫຼືມີອາຍຸຫຼາຍກວ່າ 35 ປີ ຂື້ນໄປເຊີ່ງອາການຫຼອດເລືອດອຸດຕັນນີ້ທີ່ເປັນສາເຫດຂອງໂລກຫົວໃຈຄວາມດັນໂລຫິດສູງ ແລະ ໂລກເບົາຫວານດັ່ງນັ້ນຈື່ງຕ້ອງມີການສັງເກດອາການໃນຊ່ວງໃຊ້ຢາຄຸມກຳເນີດຢ່າງໃກ້ຊິດໂດຍຖ້າຫາກມີອາການເຈັບໜ້າເອີກ,ໄອເປັນເລືອດ, ໜ້າມືດ, ເຈັບຫົວຢູ່ຕະຫຼອດ ຫຼື ເລີ່ມເວົ້າບໍ່ບໍ່ຊັດເຈນຄວນຮີບເຊົາໃຊ້ຢາ ແລະ ໄປພົບແພດນຳເພາະນັ້ນອາດເປັນອາການຂອງຫຼອດເລືອດອຸດຕັນ
  • ໂລກຕໍ້ຫີນ
ຕໍ້ຫີນຖືເປັນໂລກອັນຕະລາຍສຳຫຼັບດວງຕາ ເພາະອາດຈະເຮັດໃຫ້ເຖີງຂັ້ນຕາບອດໄດ້ ແລະ ການໃຊ້ຢາຄຸມຕິດຕໍ່ກັນເປັນເວລາດົນກໍ່ເພີ່ມຄວາມສ່ຽງໃນການເກີດຕໍ້ຫີນໄດ້ເຊັ່ນກັນໂດຍຈາກການສຶກສາຂອງ ມະຫາວິທະຍາໄລແຄລິຟໍເນີຍ ໃນເມືອງຊານຟຣານຊິດໂກພົບວ່າການສອບຖາມຂໍ້ມູນຈາກຜູ້ຍິງອາຍຸ 40 ປີຂື້ນໄປຈຳນວນ 3,046 ກ່ຽວກັບການເບີ່ງເຫັນ ແລະ ການຄວບຄຸມພົບວ່າຜູ້ຍິງທີ່ໃຊ້ຢາຄຸມກຳເນີດ 3 ປີຂື້ນໄປມີຄວາມສ່ຽງທີ່ເກີດໂລກຕໍ້ຫີນຫຼາຍຂື້ນຜູ້ຍິງທີ່ໃຊ້ຢາຄຸມກຳເນີດໜ່ອຍກວ່ານັ້ນ ຫຼື ບໍ່ເຄີຍໃຊ້ເຊີ່ງນັກສິໄຈສັນນິຖານວ່າອາດເກີດຈາກການທີ່ລະດັບຮໍໂມນເອສໂຕເຈນຫຼາຍຜິດປົກກະຕິແຕ່ທັງນີ້ຂື້ນຢູ່ກັບແຕ່ລະບຸກຄົນ ແລະ ຍັງຕ້ອງມີການສຶກສາເພີ່ມຕື່ມຕໍ່ໃນອານາຄົດ
  • ເນື້ອງອກໃນສະໝອງ
ວາລະສານທາງການແພດໄດ້ຕີພິມບົດຄວາມກ່ຽວກັບຄວາມສ່ຽງການເກີດເນື້ອງອກໃນສະໝອງ ແລະ ຢາຄຸມກຳເນີດໂດຍຈາກການສຶກສາພົບ່າຜູ້ຍິງອາຍຸ 15-49 ປີ ທີ່ມີການໃຊ້ຢາຄຸມກຳເນີດບໍ່ວ່າຈະຊະນິດໃດກໍ່ຕາມຕ່າງກໍ່ມີຄວາມສ່ຽງຫຼາຍກວ່າຜູ້ຍິງທົ່ວໄປທີ່ບໍ່ເຄີຍໃຊ້ຢາ ແລະ ຍັງມີຄວາມສ່ຽງສູງທີ່ກ້ອນເນື້ອເຫຼົ່ານັ້ນຈະກາຍເປັນໂລກມະເລັງອີກນຳ
  • ໂລກກະດູກພ່ອຍ
ການກິນຢາຄຸມກຳເນີດເຖີງຈະເຮັດໃຫ້ໄດ້ຮັບຮໍໂມນເອສໂຕເຈນແຕ່ຫາກກິນຕິດຕໍ່ກັນເປປັນເວລາດົນອາດສົ່ງຜົນຕໍ່ມວນກະດູກໄດ້ໂດຍສະເພາະຜູ້ຍິງທີ່ມີອາຍຸ 30 ປີຂື້ນໄປຈົນໄປເຖີງໄວໝົດປະຈໍາເດືອນຈະມີຄວາມສ່ຽງຕໍ່ການສູນເສຍມວນກະດູກໄດ້ຫຼາຍກວ່າຄົນທີ່ບໍ່ເຄີຍໃຊ້ຢາແຕ່ຍັງພໍສາມາດປ້ອງກັນໄດ້ດ້ວຍການຮັບປະທານອາຫານທີ່ມີວິຕາມິນດີແລະແຄວຊຽມສູງເພື່ອໃຫ້ຮ່າງກາຍໄດ້ຮັບແຄວຊຽມໄປເສີມສ້າງຄວາມແຂງແຮງຂອງກະດູກໄດ້ຢ່່າງພຽງພໍ
ໃຜທີ່ໃຊ້ຢາຄຸມກຳເນີດກໍ່ຂໍຝາກໃຫ້ລະວັງກັນແດ່ວ່າຢາໃຊ້ຢາຄຸມກຳເນີດຕິດຕໍ່ກັນດົນເກີນໄປ ເພາະອາດໄດ້ຮັບຄວາມສ່ຽງຢ່າງທີ່ກ່າວມາສ່ວນຄົນທີ່ຈຳເປັນຕ້ອງກິນຢາຄຸມເພື່ອຮັກສາອາການຕ່າາໆກໍ່ຄວນໃຊ້ໃນປະລິມານທີ່ແພດກຳນົດ ແລະ ຄ່ອຍສັງເກດອາການຢູ່ສະເໝີເພື່ອຄວາມປອດໄພອີກຂັ້ນໜື່ງ

Powered by Blogger.