Header Ads

ລູກໃຈບາບ.......ໄລ່ບິດາຜູ້ບັງເກີດຫນີອອກຈາກເຮືອນເພາະເຫດຜົນຂີ້ລັກ


     ບົດແລກປ່ຽນ: ກ່ອນຫນ້ານັ້ນທ່ານເຄີຍໄດ້ຍິນຄໍາສຸພາສິດເວົ້າຕິດສົບຕິດປາກວ່າ: (ຄຸນພໍ່ທໍ່ພູເຂົາກ້າ ຄຸນແມ່ທໍ່ຟ້າກັບແຜ່ນດິນ) ແມ່ນແທ້ ຫລື !!! ປັດຈຸບັນ ສ່ວນຫນຶ່ງວິຖີຊີວິດຂອງມະນຸດພວມປ່ຽນຈາກລະບົບສັງຄົມຮາກຫຍ້າທີ່ເຄີຍເພີ່ງພາອາໃສເຊິ່ງກັນ ແລະ ກັນມາເປັນສັງຄົມໃນເມືອງຕ່າງຄົນຕ່າງຢູ່ຄືໃຜມືຍາວຊາວໄດ້ຊາວເອົາ ໃຜມືນ້ອຍຄ່ອຍຢິບຄ່ອຍແຍມ ເຊິ່ງບັນຫາດັ່ງກ່າວເຮັດໃຫ້ຄົນໃນສັງຄົມຫ່າງເຫີນກັນຂຶ້ນນັບມື້ເພາະຄົນເອງເປັນຜູ້ເຮັດ ແລະ ບໍ່ແມ່ນເທວະດາຟ້າແທນ.

         ດັ່ງຕົວຢ່າງນ້ອຍໆຜູ້ຂຽນໄດ້ນໍາມາເລົ່າສູ່ຟັງຄືວ່າລູກເນລະຄຸນໄລ່ວິດາຜູ້ບັງເກີດອອກຈາກເຮືອນໂດຍໄຮ້ຄວາມອາໄລອາວອນ ແລະ ບໍ່ຢ້ານເວນຢ້ານກໍາ ທາມກາງພໍ່ປະເຊີນຫນ້າກັບຊະຕາກຳໃນບັ້ນປາຍຂອງຊີວິດພຽງລຳພັງ ເຊິ່ງພໍ່ຕູ້ເພີ່ນເປັນຄົນບ້ານນາມອນ ເມືອງວຽງວັງ ແຂວງວຽງຈັນໄດ້ຖືກລູກສາວຮ່ວມຫົວກັບລູກຊາຍ ໄລ່ອອກຈາກເຮືອນ ເພາະລູກທັງສອງກ່າວຫາພໍ່ຕູ້ບໍ່ຊື່ສັດ ແລະ ເປັນຂີ້ລັກ. ປັດຈຸບັນພໍ່ຕູ້ເພີ່ນໄດ້ອອກມາອາໃສຢູ່ເຮືອນຮ້າງໆໃຫ້ຫົວຂົວນາມອນ ໃນໄລຍະເບື້ອງຕົ້ນພໍ່ຕູ້ຫາເລາະຊື້ໄຂ່ເປັດໄປຂາຍ ແຕ່ມາດຽວນີ້ພໍ່ຕູ້ໄດ້ເຖົ້າແຮງແລ້ວ ແລະ ຕາກໍບໍ່ເຫັນຮຸ່ງ ສຸດທ້າຍໄດ້ແຕ່ເລາະຫາເກັບກະຕຸກຂາຍ ກີນມື້ອົດມື້ ປະຄອງຊີວິດໄປວັນໆ ລໍຖ້າວາລະສຸດທ້າຍຂອງຊີວິດມາຮອດ ...ແນວໃດກໍດີ ຖ້າຄວາມຈິງດັ່ງທີ່ລູກທັງ 2 ກ່າວຫານັ້ນເປັນສິ່ງທີ່ໂຫດຮ້າຍເກີນໄປ ຫລື ບໍ່? ເມື່ອເບິ່ງຢ້ອນຄືນຄຸນຄວາມດີທີ່ພໍ່ແມ່ຊຸບລ້ຽງມາພາໃຫຍ່ຈົນມີຊີວິດຢ່າງປັດຈຸບັນ ຕອນຄາວຍັງນ້ອຍເພີ່ນໄດ້ລ້ຽງ ແລະ ອຸ້ມໃນອອ້ມກອດໂດຍມົດບໍ່ໃຫ້ໄຕ່ໄຮບໍ່ໃຫ້ຕອມນັ້ນເຄີຍຄິດ ຫລື ບໍ່ວ່າຄວາມດີເລົ່ານັ້ນໃຫຍ່ຊໍາໃດ...ຂໍໃຫ້ຕົວຢ່າງນ້ອຍນີ້ເປັນສ່ວນຫນຶ່ງສະທ້ອນຕໍ່ສັງຄົມໃນເງື່ອນໄຂເສດຖະກິດຕະຫລາດກັບຄວາມຮັກຄວາມແພງ ຄວາມສາມັກຄີ ແລະ ມູນເຊື້ອອັນດີງາມຂອງບັນພະບູລຸດຮຸ່ນຫລັງ.

ໂດຍ: ນໍ້າອອ້ຍຂົມ
Powered by Blogger.