Header Ads

ວັດຊຽງທອງຝາກເຖິງບັນດາຄູ່ບ່າວສາວທີ່ໃຊ້ສະຖານທີ່ໃນວັດຖ່າຍຮູບ ຕ້ອງສັງລວມກ່ອນນີ້

ສຽງຮຽກຮ້ອງຈາກ ວັດຊຽງທອງຝາກເຖິງບັນດາຄູ່ບ່າວສາວທີ່ໃຊ້ສະຖານທີ່ໃນວັດຖ່າຍຮູບ ຕ້ອງສັງລວມກ່ອນນີ້.
ການຖ່າຍຮູບກ່ອນກິນດອງ ໃນວັດວາອາຮາມ ຕ້ອງສຳລວມ ໃນໄລຍະຫລັງໆ ມານີ້ ບັນດາຮ້ານຖ່າຍຮູບ ທີ່ມັກມາຖ່າຍຮູບກ່ອນກິນດອງ ໃນວັດວາອາຮາມ ຫລືສະຖານທີ່ ເຄົາລົບບູຊາ ຕ້ອງວາງກິຣິຍາ ທັງກາຍ ວາຈາ ແລະໃຈ ໃຫ້ສຳລວມ ຮຽບຮ້ອຍ ແລະເຄົາລົບສະຖານທີ່ດ້ວຍ
ແຕ່ບັນດາຮູບພາບທີ່ຖ່າຍອອກມາ ເບິ່ງແລ້ວ ຄືກັບວ່າມາລັກກອດ ລັກຫອມກັນ ຢູ່ໃນວັດໃນວາ ໃຫ້ພຣະພຸທທະຮູບເປັນສາກໃຫ້ ເພາະມັນບໍ່ຖືກບໍ່ຕ້ອງ ບໍ່ງາມ ແລະເປັນຄ່ານິຍົມທີ່ຜິດທຳນຽມຂອງເມືອງພຸທ ຂອງຄົນພຸທ ໃນສະຖານທີ່ແຫ່ງນີ້.
ການຖ່າຍຮູບໃນສະຖານທີ່ ທີ່ເປັນວັດອາຮາມ ແລະສະຖານທີ່ສັກສິດນັ້ນ ແມ່ນສາມາດຖ່າຍໄດ້ ແຕ່ກໍ່ຕ້ອງມີທ່າທາງທີ່ສຸພາບຮຽບຮ້ອຍ ບໍ່ແມ່ນຖ່າຍຮູບແບບກ້ຽວພາລາສີກັນແບບນີ້
ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາເຖິງບັນດາຜູ້ທີ່ຖ່າຍຮູບດອງ ແລະຄູ່ຮັກທີ່ຈະແຕ່ງດອງ ຄວນລະມັດລະວັງ ສຳລວມການຖ່າຍຮູບຢູ່ບັນດາວັດວາອາຮາມ ແລະສະຖານທີ່ສັກສິດ ທີ່ເປັນບ່ອນເຄົາລົບບູຊາ ທັງຫລາຍ ໃຫ້ຈັດທ່າທາງທີ່ສຸພາບ ອ່ອນນອມ ເປັນເຄົາລົບສະຖານທີ່ຕ່າງໆດ້ວຍເທີດ.
ດ້ວຍຄວາມປາຖະໜາດີ. ຈາກວັດຊຽງທອງ






Powered by Blogger.