Header Ads

ວິທີ​ສາກ​ແບັດ​ iPhone ໃຫ້​ເຕັມ​ໄວ​ ແລະ ​ປອດ​ໄພ​ ງ່າຍ​ໆ​ ໃນ​ 2 ຂັ້ນ​ຕອນ​

ສຳ​ລັບ​ Fast Charging ຫລື ​ເທັກ​ໂນ​ໂລ​ຢີ​ການ​ສາກ​ແບັດ​ເຕີຣີ່ໄວ​ນັ້ນ​ ປົກກະຕິ​ຈະ​ເປັນ​ເທັກ​ໂນ​ໂລ​ຢີ​ທີ່​ຢູ່​ເທິງ​ ມື​ຖື​ Android ເຊິ່ງ​ພົບ​ໄດ້​ທັງ​ລຸ້ນ​ລະ​ດັບ​ກາງ​ ແລະ ​ລຸ້ນ​ໂຕທັອບ​ ກັບ​ຄຸນສົມບັດ​ໃນ​ການ​ສາກ 50% ໃນ​ເວລາ​ພຽງ​ເຄິ່ງ​ຊົ່ວ​ໂມງ​ ແຕ່​ສຳລັບ​ iPhone ນັ້ນ​ ລຸ້ນ​ປະຈຸບັນ​ຢ່າງ​ iPhone 7 ຍັງ​ບໍ່​ຮອງ​ຮັບ​ເທັກ​ໂນ​ໂລ​ຢີ​ດັ່ງ​ກ່າວ​ ເຊິ່ງ​​ແຟນໆ iPhone ກໍ​ໄດ້​ຫວັງ​ແຕ່​ວ່າ​ iPhone ລຸ້ນຕໍ່​ໄປ​ຢ່າງ​ iPhone 7S ຈະ​ມາພ້ອມ​ກັບ​ເທັກ​ໂນ​ໂລ​ຢີສາກ​ໄວ​ແລ້ວ​
ແຕ່​ເຖິງ​ແມ່ນ​ວ່າ​ iPhone ຈະ​ຍັງ​ບໍ່​ຮອງ​ຮັບ​ Fash Charging ແຕ່​ເຮົາ​ກໍ​ສາມາດ​ສາກ​ iPhone ໃຫ້​ເຕັມ​ໄວ ​ແລະ ​ເຕັມ​ໄວ​ໄດ້​ເຊັ່ນ​ກັນ​ ມາ​ເບິ່ງ​ກັນ​ວ່າ​ ເທັກ​ນິກ​ການ​ສາກ​ iPhone ໃຫ້​ເຕັມ​ໄວ ​ນັ້ນ​ ເຮັດ​ແນວໃດ​
ເປີດ​ Airplane Mode ຂະນະ​ສາກໂທລະສັບ​
ການ​ເປີດ​ Airplane Mode ນັ້ນ​ ຈະ​ເປັນ​ການ​ຢຸດ​ການ​ເຊື່ອມ​ຕໍ່​ທຸກ​ຢ່າງ​ ບໍ່​ວ່າ​ຈະ​ເປັນ​ Wi-Fi, Bluetooth ແລະ​ສັນຍາ​ນະ​ໂທລະ​ສັບ​ ເຊິ່ງ​ຈະ​ເປັນ​ການຫ​ລຸດ​ການ​ໃຊ້​ພະລັງ​ງານ​ ເຮັດໃຫ້​ຕົວ​ເຄື່ອງ​ສາກ​ແບັດ​ເຕັມ​ໄດ້​ໄວ​ຂຶ້ນ​ນັ້ນ​ເອງ​
ໃຊ້​ຫົວສາກຂອງ​ iPad
ການ​ສາກ​ iPhone ໂດຍ​ໃຊ້​ຫົວສາກ​ຂອງ​ iPad ນັ້ນ​ ຈະ​ຊ່ວຍຫ​ລຸດ​ເວລາ​ໃນ​ການສາກ​ລົງ​ໄປ​ໄດ້​ຫລາຍ​ ເນື່ອງ​ຈາກ​ ອະ​ແດບ​ເຕີ​ ຂອງ​ iPad ຈະ​ຈ່າຍ​ໄຟ​ແບບ​ 12W, 2.1A ທຽບ​ກັບ​ຂອງ​ iPhone ທີ່​ຈ່າຍ​ໄຟ​ພຽງ​ 5W, 1A ຫລາຍກວ່າ​ເທົ່າ​ຕົວ​ ເຊິ່ງ​ ແອັບເປິ້ນ​ ເອງ​ ກໍ​ໄດ້​ລະ​ບຸ​ໃນ​ຄູ່​ມື​ການ​ໃຊ້​ງານ​ iPhone ວ່າ​ ສາມາດ​ໃຊ້​ຮ່ວມ​ກັບ ​ອະ​ແດບ​ເຕີ​ ​ທີ່​ຈ່າຍ​ໄຟ​ຂະໜາດ​ 12W ໄດ້​ ແລະ​ ມີ​ຄວາມ​ປອດ​ໄພ​ ເຊິ່ງ​ນອກ​ຈາກ​ຈະ​ມີ​ iPhone ແລ້ວ​ Apple Watch ເອງ​ ກໍ​ຮອງ​ຮັບ​ຫົວສາກ​ຂະໜາດ​ 12W ເຊັ່ນ​ດຽວ​ກັນ​

Powered by Blogger.