Header Ads

ນັດສົ່ງຢາບ້າ 21 000 ກວ່າເມັດ ສຸດທ້າຍນັດກັນເຂົ້າຄຸກ



ອາທິດຜ່ານມາ, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ສົມທົບກັບ ປກສ ກຸ່ມ ເຂົ້າຈັບຕົວເປົ້າໝາຍ 2 ຄົນ ທີ່ເຄື່ອນໄຫວສົ່ງຢາບ້າຢູ່ເຂດບ້ານໜອງນົກຂຽນ ເມືອງສອງຄອນ ພ້ອມຂອງກາງຢາບ້າ ຈໍານວນ 21.717 ເມັດ, ໂທລະສັບ 3 ໜ່ວຍ, ລົດໃຫ່ຍ 2 ຄັນ, ສາຍຄໍສີເຫຼືອງຄ້າຍຄືຄຳ 1 ເສັ້ນ ແລະ ແຫວນສີເຫຼືອງຄ້າຍຄືຄຳ 1 ວົງ ມາດຳເນີນການສອບສວນຂະຫຍາຍຜົນ.
ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ເປີດເຜີຍວ່າ: ທັງສອງຄົນຊື່ ທ້າວ ທອງເພັດ ອາຍຸ 28 ປີ ຢູ່ບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ນາງ ມົນທິດາ ອາຍຸ 22 ປີ ຄ້າຂາຍຢູ່ບ້ານ ສອນໄຊ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ, ພວກກ່ຽວເປັນເປົ້າໝາຍໃນການຕິດຕາມຕົວຂອງເຈົ້າໜ້າທີ່ ຕາມການລາຍງານຈາກພົນລະເມືອງດີ. ຮອດເວລາປະມານ 15:00 ໂມງ ຂອງວັນທີ 16 ມັງກອນ 2018 ພວກກ່ຽວຈຶ່ງມີການເຄື່ອນໄຫວນັດຂາຍຢາເສບຕິດໃຫ້ກັນ ຢູ່ຂອບເຂດບ້ານໜອງນົກຂຽນ ເມືອງສອງຄອນ ແຂວງສະຫວັນນະເຂດ. ຈາກນັ້ນ, ເຈົ້າໜ້າທີ່ກໍາລັງວິຊາສະເພາະ ຈຶ່ງເຂົ້າຈັບຕົວ ພ້ອມຂອງກາງຢາບ້າຈໍານວນ 21.717 ເມັດ ໄປສອບສວນຂະຫຍາຍຜົນຫາທີ່ໄປທີ່ມາຂອງຢາເສບຕິດຈຳນວນດັ່ງກ່າວ.
ຜ່ານການສືບສວນເບື້ອງຕົ້ນ ພວກກ່ຽວໃຫ້ການຮັບສະລະພາບວ່າ: ຢາບ້າຈໍານວນດັ່ງກ່າວເປັນຂອງພວກກ່ຽວແທ້ ແລະ ກຽມນຳຢາມາສົ່ງໃຫ້ຜູ້ສັ່ງຊື້ ແຕ່ກໍຖືກເຈົ້າໜ້າທີ່ຕໍາຫຼວດເຂົ້າຈັບຕົວກ່ອນ. ປັດຈຸບັນຄະດີດັ່ງກ່າວ ຍັງດຳເນີນການສືບສວນ-ສອບສວນ ເພື່ອປະກອບສຳນວນຄະດີສົ່ງໄອຍາການ ດຳເນີນໄປຕາມຂັ້ນຕອນຂອງກົດໝາຍ.ພາຍແລະຂ່າວ: ໜັງສືພິມຄວາມສະຫງົບ
Powered by Blogger.