Header Ads

ເກ ສ່ຽງຕິດເຊື້ອເອັຊໄອວີ ຫຼາຍກວ່າກຸ່ມຄົນອື່ນໆ



ເກໜຸ່ມຮຸ່ນໃໝ່ໃນປະເທດຈີນ ຄືກຸ່ມປະຊາກອນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອໄວຣັສເອັຊໄອວີ ຫຼື ເອດ ຫຼາຍທີ່ສຸດ ເມື່ອທຽບກັບກຸ່ມຜູ້ທີ່ມີຄວາມນິຍົມທາງເພດອື່ນໆ. ຕັ້ັງແຕ່ເດືອນມັງກອນ ຫາເດືອນກັນຍາຂອງປີນີ້ ກຸ່ມນັກຮຽນ-ນັກສຶກສາ ອາຍຸ 15 ຫາ 24 ປີ ໄດ້ເຂົ້າຮັບການກວດເຊື້ອໄວຣັສເອັຊໄອວີ ຫຼາຍກວ່າ 2.300 ຄົນແລ້ວ ຕົວເລກນີ້ເພີ່ມສູງເປັນ 4 ເທົ່າ ເມື່ອທຽບກັບສະຖິຕິເມື່ອປີ 2010 ລາຍງານຈາກສູນຄວບຄຸມ ແລະ ປ້ອງກັນໂລກຂອງຈີນ ຫຼື CCDCP.


ຂະນະທີ່ຈາກສະຖິຕິຫຼ້າສຸດ ເມື່ອເດືອນກັນຍາທີ່ຜ່ານມາ ປະເທດຈີນມີຜູ້ປ່ວຍຕິດເຊື້ອໄວຣັສເອັຊໄອວີ ແລະ ໂລກເອດ ປະມານ 654.000 ຄົນ ທ່າມກາງຕົວເລກທີ່ພຸ່ງສູງຂຶ້ນ ລັດຖະບານຈີນ ເລັ່ງຫາວິທີຮັບມື ໜຶ່ງໃນນັ້ນຄືການສ້າງຄວາມນຶກຄິດຖິງຄວາມສຳຄັນຂອງການປ້ອງກັນເມື່ອມີເພດສຳພັນ ໃນກຸ່ມໄວຮຸ່ນ, ຈາກການສຶກສາພົບວ່າ ຜູ້ປ່ວຍທີ່ຕິດເຊື້ອຈາກການມີເພດສຳພັນແບບຊາຍ-ຊາຍ ໂດຍບໍ່ໄດ້ປ້ອງກັນນັ້ນເພີ່ມຂຶ້ນເປັນ 80 ເປີເຊັນ ຈາກເດີມຢູ່ທີ່ 60 ເປີເຊັນ ເມື່ອທຽບກັບປີ 2008.


ການແຜ່ລະບາດຂອງໄວຣັສເອັຊໄອວີ ແລະ ເອດ ກຳລັງກາຍເປັນບັນຫາໃຫຍ່ຂອງຈີນ ໃນໄລຍະ 8 ເດືອນຕັ້ງແຕ່ຕົ້ນປີນີ້ ມີຜູ້ເສຍຊີວິດຈາກໂລກເອດແລ້ວ 9 ພັນຄົນ ແລະ ໃນປີນີ້ປີດຽວ ມີຜູ້ປ່ວຍໃໝ່ທີ່ພົບວ່າ ຕິດເຊື້ອເອັຊໄອວີຫຼາຍກວ່າເຖິງ 34 ພັນຄົນ ລາຍງານຈາກ CCDCP. ໃນສັງຄົມຈີນນັ້ນ ເລື່ອງເພດ ແມ່ນຍັງບໍ່ທັນໄດ້ເປີດກວ້າງທຽບເທົ່າກັບປະເທດອື່ນໆ, ຜູ້ຊາຍຈີນຫຼາຍຄົນທີ່ມີຄວາມສຳພັນກັບຜູ້ຊາຍດ້ວຍກັນ ພວກເຂົາບໍ່ໄດ້ນິຍົມຮໍໂມເຊັກຊວລ (ຊາຍ-ຍິງ) ໃນຂະນະດຽວກັນສ່ວນໃຫຍ່ກໍ່ແຕ່ງງານກັບຜູ້ຍິງ.

Powered by Blogger.