Header Ads

ທິບ​ ສະຫວັນ ​ເສຍ ປກສ 1-3, ນະຄອນຫຼວງ ເກັບໄຊນັດແຮກ ​ລາວ ພຣີ​ເມຍ​ລີກ 2017


ທິບ​ ສະຫວັນ ​ເສຍ ປກສ 1-3, ນະຄອນຫຼວງ ເກັບໄຊນັດແຮກ ​ລາວ ພຣີ​ເມຍ​ລີກ 2017

ເມື່ອ​ວັນ​ທີ 14 ພຶດສະພາ ຜ່ານ​ມາ ທີ່ສະໜາມກິລາສະຫວັນນະເຂດ ​ໄດ້​ມີການ​ແຂ່ງຂັນ​ເຕະບານ ລາວ ພຣີ​ເມຍ​ລີກ 2017 ຮອບ​ຂາ​ໄປ ອາທິດ​ທີ 6 ລະຫວ່າງ ສະ​ໂມ​ສອນ ທິບ ສະຫວັນ ​ເອັຟຊີ ທີ​ມອັນ​ດັບ 6 ຂອງ​ຕາຕະລາງ ​ເປີດ​ບ້ານ​ຕ້ອນຮັບ​ການ​ມາ​ຢາມ​ຂອງ ສະ​ໂມ​ສອນ ປກສ ​ເອັຟຊີ ທີ​ມອັນ​ດັບ 2 ຂອງ​ຕາຕະລາງ. ຜ່ານ​ການ​ແຂ່ງຂັນ ຜົນ​ປາກົດ​ວ່າ ທິບ ສະຫວັນ ​ເອັຟຊີ ​ເປີດ​ບ້ານ​ເສຍ​​ໃຫ້​ກັບ ປກສ ​ເອັຟຊີ  1-3 ປະຕູ. ຈາກ​ຜົນ​ດັ່ງກ່າວ ​ເຮັດ​ໃຫ້ ປກສ ​ເອັຟຊີ ຍັງ​ຄົງ​ຢູ່​ອັນ​ດັບ​ທີ 2 ​ຂອງ​ຕາຕະລາງ​ຄື​ເກົ່າ ​ມີ 13 ຄະ​​ແນນ ​ໄລ່​ຕາມ​ຫຼັງ ທີ​ມນຳ​ຕາຕະລາງ​ຢ່າງ ​ສະ​ໂມ​ສອນ ລາວ ​ໂຕ​ໂຢຕ້າ ​ເອັຟຊີ ພຽງ 2 ຄະ​ແນນ​ເທົ່າ​ນັ້ນ. ຂະນະ​ທີ່ ທິບ ​ສະຫວັນ ​ເອັຟຊີ ກໍ່​ຍັງ​ຢູ່​ອັນ​ດັບ 6 ຄື​ເກົ່າ.
ສ່ວນ​ຜົນ​ອີກ​ 3 ຄູ່ ປະກອບ​ມີ ​ໃນ​ວັນ​ທີ 13 ພຶດສະພາ ຜ່ານ​ມາ ທີ່ສະໜາມເຈົ້າອານຸວົງ ສະໂມສອນ ນະຄອນຫຼວງ ຢູໄນເຕັດ ທີ​ມອັນ​ດັບ 7 ຂອງ​ຕາຕະລາງ ​ເກັບ​ໄຊຊະນະ​ນັດ​ແຮກ​ໄດ້ສຳເລັດ ຫຼັງເປີດບ້ານບຽດເອົາຊະນະ ​ສະ​ໂມ​ສອນ ສະຫວັນ ຢູ​ໄນ​ເຕັດ ທີ​ມອັນ​ດັບ 3 ຂອງ​ຕາຕະລາງ ​ໄປ​ແບບ​ຫວຸດ​ຫວິດ 2-1 ປະຕູ ​ຜົນ​ສົ່ງ​ໃຫ້ ນະຄອນຫຼວງ ຢູ​ໄນ​ເຕັດ ​ເກັບ​ເພີ່ມ​ເປັນ 4 ຄະ​ແນນ ຢູ່​ອັນ​ດັບ​ເກົ່າ ​ແລະ ສົ່ງ​ຜົນ​ໃຫ້ ສະຫວັນ ຢູ​ໄນ​ເຕັດ ຕົກລົງ​ມາ​ຢູ່​ອັນ​ດັບ 4 ຂອງ​ຕາຕະລາງ ດ້ວຍ 10 ຄະ​ແນນ. ຂະນະທີ່​ໃນ​ວັນ​ທີ  14 ພຶດສະພາ 2017 ​​ທີ່ສະໜາມ​ແຂວງຈຳປາສັກ ​ ສະ​ໂມ​ສອນ ໄອດີຊີ ຈຳປາສັກ ຢູໄນເຕັດ ທີ​ມອັນ​ດັບ 8 ຂອງ​ຕາຕະລາງ ​ເປີດ​ບ້ານຖືກ ສະ​ໂມ​ສອນ ລາວ ໂຕໂຢຕ້າ ​ເອັຟຊີ ທີ​ມອັນ​ດັບ 1 ຂອງ​ຕາຕະລາງ ຖະຫຼົ່ມ​ໄປ​ແບບ​ໝົດ​ສະພາບ 6-1 ປະຕູ ​ແລະ ທີ່ສະໜາມເຈົ້າອານຸວົງ ສະ​ໂມ​ສອນ ດີເຄ ​ເອັຟຊີ  ທີ​ມອັນ​ດັບ 5 ຂອງ​ຕາຕະລາງ ​ເປີດ​ບ້ານຖືກ ສະ​ໂມ​ສອນ  ມຊ ​ເອັຟຊີ ທີ​ມອັນ​ດັບ 4 ຂອງ​ຕາຕະລາງ ​ເອົາ​ຊະນະ​ໄປ​ແບບ​ຫວຸດ​ຫວິດ 2-1 ປະຕູ ​ແລະ ສົ່ງ​ຜົນ​ໃຫ້ ມຊ ​ເອັຟຊີ ​ເກັບ​ເພີ່ມ​ເປັນ 12 ຄະ​ແນນ ຫຍັບຂຶ້ນ​ໄປ​ຢູ່​ອັນ​ດັບ 3 ມີ 12 ຄະ​ແນນ ​ໃນ​ອາທິດ​ນີ້.
ພາຍຫຼັງສຳເລັດການແຂ່ງຂັນໃນອາທິດທີ 6 ອັນ​ດັບ 1 ຍັງເປັນຂອງ ສະ​ໂມ​ສອນ ລາວ ​ໂຕ​ໂຢຕ້າ ​ເອັຟຊີ ມີ 15 ຄະ​ແນນ, ອັນດັບ 2 ສະ​ໂມ​ສອນ ປກສ ​ເອັຟຊີ ມີ 13 ຄະ​ແນນ, ອັ​ນດັບ 3 ສະ​ໂມ​ສອນ ມຊ ​ເອັຟຊີ ມີ 12 ຄະ​ແນນ, ອັນ​ດັບ 4 ສະ​ໂມ​ສອນ ສະຫວັນ ຢູ​ໄ​ນ​ເຕັດ ມີ 10 ຄະ​ແນນ, ອັນ​ດັບ 5 ສະ​ໂມ​ສອນ ດີ​ເຄ ​ເອັຟຊີ ມີ 9 ຄະ​ແນນ, ອັນ​ດັບ 6 ສະ​ໂມ​ສອນ ທິບ ສະຫວັນ  ​ເອັຟຊີ ມີ 6 ຄະ​ແນນ, ອັນ​ດັບ 7 ສະ​ໂມ​ສອນ ນະຄອນຫຼວງ​ ຢູ​ໄນ​ເຕັດ ມີ 4 ຄະ​ແນນ ​ແລະ ອັນ​ດັບ 8 ສະ​ໂມ​ສອນ ​ໄອ​ດີ​ຊີ ຈຳປາ​ສັກ ຢູ​ໄນ​ເຕັດ ມີ 1 ຄະ​ແນນ.

Powered by Blogger.