Header Ads

ລາວ ພົບ ຫວຽດນາມ ຕັດສິນເຂົ້າຮອບ 4 ທີມ ເຕະບານຍິງ ຢູ-15 ຊີງແຊມອາຊຽນ 2017


ລາວ ພົບ ຫວຽດນາມ ຕັດສິນເຂົ້າຮອບ 4 ທີມ ເຕະບານຍິງ ຢູ-15 ຊີງແຊມອາຊຽນ 2017

ທັບ​ສາວ​ນ້ອຍ​ທີ​ມຊາດ​ລາວ ຮຸ່ນ​ອາຍຸ​ບໍ່​ເກີນ 15 ປີ ກຽມລົງສະໜາມນັດສຸດທ້າຍ ​ພົບ​ກັບ   ທີ​ມຊາດຫວຽດນາມ ​ເພື່ອ​ຕັດສິນ​ລຸ້ນ​ເຂົ້າສູ່ຮອ​ບຮອງ​ຊະນະ​ເລີດ ຫຼື 4 ທີ​ມສຸດ​ທ້າຍ ​ໃນຕອນແລງ​ມື້​ນີ້ ຫຼັງນັດທີ 3 ຖືກ ທີມຊາດໄທ ໄລ່ຖະຫຼົ່ມໄປແບບໝົດສະພາບ 3-0 ພ້ອມກັບລຸ້ນໃຫ້ທີມຊາດມາເລເຊຍ ເອົາຊະນະ ທີມຊາດມຽນມາ ໃນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງແຊ໋ມອາຊຽນ 2017 ທີ່ ສປປ ລາວ ເປັນເຈົ້າພາບ.
ເມື່ອ​ວັນ​ທີ 14 ພຶດສະພາ ຜ່ານ​ມາ ທີ່​ສະໜາມກິລາ​ແຫ່ງ​ຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ, ​ໄດ້​ມີ​ການ​ແຂ່ງຂັນ​ເຕະບານ​ຍິງ ຮຸ່ນ​ອາຍຸ​ບໍ່​ເກີນ 15 ປີ ຊີງ​ແຊ໋ມອາ​ຊຽນ 2017 ທີ່ ສປປ ລາວ ​ເປັນ​ເຈົ້າພາບ ລະຫວ່າງວັນທີ 8-20 ພຶດສະພາ 2017, ​ເຊິ່ງ​ເປັນ​ການ​ລົງແຂ່ງຂັນ​ຂອງກຸ່ມ ເອ ລະຫວ່າງ ທີ​ມຊາດ​ລາວ ທີ​ມອັນ​ດັບ 2 ຂອງ​ຕາຕະລາງ ພົບ​ກັບ ທີ​ມຊາດ​ໄທ ທີ​ມນຳ​ຕາຕະລາງ. ຜ່ານ​ການ​ແຂ່ງຂັນ ຜົນ​ປາກົດ​ວ່າ ສາວ​ນ້ອຍ​ລາວ​ເຮົາ ຖືກ ​ໄທ ໄລ່​ຖະລົ່ມ​ໄປ​ແບບ​ໝົດ​ສະພາບ 3-0 ປະຕູ. ​ໂດຍ​ປະຕູ​ຂອງ​ທີ​ມຊາດ​ໄທ ​ໄດ້​ມາ​ຈາກ ສຸ​ຊະດາ ຄຳ​ຈະ​ເລີ​ນ ​ໃນ​ນາທີ 16, 19 ​ແລະ ການ​ຍິງ​ເຂົ້າ​ປະຕູ​ຕົວ​ເອງຂອງ ​ເປ​ເປ້ ກອງ​ກາງ​ທີ​ມຊາດ​ລາວ ​ໃນ​ນາທີ 72. ຈາກ​ຜົນ​ການ​ແຂ່ງຂັນ​ດັ່ງກ່າວ, ສົ່ງ​ຜົນ​ໃຫ້​ທີ​ມຊາດ​ໄທ ຜ່ານ​ເຂົ້າສູ່​ຮອບ​ຮອງ​ຊະນະ​ເລີດ ​ເປັນ​ທີ​ມທຳ​ອິດ​ຂອງ​ກຸ່ມ ດ້ວຍ​ການ​ລົງ​ສະ  ໜາມ 4 ນັດ ຊະນະ​ລວດ ມີ 12 ຄະ​ແນນ ​ໄປ​ພົບ​ກັບ ທີ​ມຊາດ​ກຳປູ​ເຈຍ ທີ​ມອັນ​ດັບ 2 ຂອງ​ກຸ່ມ ບີ ​ໃນ​ວັນ​ທີ 18 ພຶດສະພາ 2017.
ຂະນະ​ທີ່ ທີ​ມຊາດ​ລາວ ຕົກ​ມາ​ຢູ່​ອັນ​ດັບ 3 ຂອງ​ຕາຕະລາງ ມີ 3 ຄະ​ແນນ ຈາກ​ການ​ລົງ​ສະໜາມ 3 ນັດ ​ແຕ່​ຍັງ​ມີ​ໂອກາດ​ຜ່ານ​ເຂົ້າ​ສູ່ຮອບ​ຮອງ​ຊະນະ​ເລີດ ຖ້າ​ນັດ​ສຸດ​ທ້າຍສາມາດ​ເອົາ​ຊະນະ ທີ​ມຊາດຫວຽດນາມ ​​ໃນ​ວັນ​ທີ 16 ພຶດສະພາ 2017 ເວລາ 18:30 ​ໂມງ ​ແລະ ​ຕ້ອງ​ລຸ້ນ​ໃຫ້ ທີ​ມຊາດ​ມາ​ເລ​ເຊຍ ທີ​ມອັນ​ດັບ​ທ້າຍ​ຂອງ​ຕາຕະລາງ ​ເອົາຊະນະ ທີມຊາດ​ມຽນມາ ທີ​ມອັນ​ດັບ 2 ຂອງ​ຕາຕະລາງ ທີ່​ມີ 6 ຄະ​ແນນ ຈາກ​ການ​ລົງ​ສະໜາມ 3 ນັດ ​​​ໃນ​ວັນ​ດຽວ​ກັນ ເວລາ 16:00 ​ໂມງ​ ​ແລ້ວຈຶ່ງ​ມາ​ນັບ​ລູກ​ໄດ້​ລູກ​ເສຍ ເພື່ອ​ຕັດສິນ​ລຸ້ນ​ເຂົ້າຮອ​ບຮອງ​ຊະນະ​ເລີດ ຫຼື 4 ທີ​ມສຸດ​ທ້າຍ. ສ່ວນ  ທີ​ມ ອັນດັບ 2 ຂອງ​ກຸ່ມ ເອ ​ແມ່ນ​ຈະ​ພົບ​ກັບ ທີ​ມຊາດ​ຟີ​ລິບ​ປິນ ​ທີ​ມອັນ​ດັບ 1 ຂອງ​ກຸ່ມ ບີ ທີ່​ລົງ​ສະໜາມ 3 ນັດ ຊະນະ​ລວດ ມີ 9 ຄະ​ແນນ ໃນ​ວັນ​ທີ 18 ພຶດສະພາ 2017.

Powered by Blogger.