Header Ads

ອະຫິວາລະບາດໜັກທີ່ເຍເມນ ສອງອາທິດມີຄົນຕາຍ 115 ຄົນ



ສຳນັກຂ່າວຕ່າງປະເທດລາຍງານຈາກກຸງຊານາ ປະເທດເຍເມນເມື່ອວັນທີ 16 ພຶດສະພາວ່າ ທາງການກຸງຊານາຂອງເຍເມນເຊິ່ງຢູ່ໃນການຄວບຄຸມຂອງກະບົດຮູຕິ ປະກາດສະຖານະການສຸກເສີນການແຜ່ລະບາດຂອງໂລກອະຫິວາຕົກໂລກ ເມື່ອວັນອາທິດ ຂະນະທີ່ກະຊວງສາທາລະນະສຸກໄດ້ຮ້ອງຂໍຄວາມຊ່ວຍເຫຼືອ ຈາກອົງກອນດ້ານມະນຸດສະທຳລະຫວ່າງປະເທດ ຂະນະທີ່ສະຖານະການທະວີຄວາມຮຸນແຮງຂື້ນ ເນື່ອງຈາກລະບົບສາທາລະນະສຸກຂອງປະເທດຖືກທຳລາຍຈາກສົງຄາມກາງເມືອງ ໃນຊ່ວງຫຼາຍປີທີ່ຜ່ານມາ ຄະນະກຳມະການກາຊາດລະຫວ່າງປະເທດ (ໄອຊີອາຣຊີ) ເຜີຍວ່າ ໂຕເລກຜູ້ເສຍຊີວິດຈາກການແຜ່ລະບາດຄັ້ງນີ້ ລະຫວ່າງວັນທີ 27 ເມສາ-13 ພຶດສະພາ ຢູ່ທີ່ 115 ຄົນ ແລະມີຜູ້ປ່ວຍອີກ 8,500 ຄົນ ເຊິ່ງສະຖານທີ່ປິ່ນປົວໃນຫຼາຍພື້ນທີ່ບໍ່ສາມາດຮັບຮອງຄົນເຈັບທັງໝົດໄດ້
ຂໍ້ມູນຈາກອົງການອານາໄມໂລກເຜີຍວ່າ ການແຜ່ລະບາດຂອງໂລກຮຸນແຮງທີ່ສຸດໃນກຸງຊານາ ຕາມດ້ວຍພື້ນທີ່ຂ້າງຄຽງ ລາຍງານຍັງລະບຸວ່າທົ່ວປະເທດມີປະຊາຊົນປະມານ 7.6 ລ້ານຄົນ ທີ່ອາໃສຢູ່ໃນພື້ນທີ່ສ່ຽງຕໍ່ການໄດ້ຮັບເຊື້ອ ທັງນີຜົນມາຈາກການສູ້ຮົບລະຫວ່າງຝ່າຍລັດຖະບານທີ່ສະໜັບສະນູນໂດຍຊາອຸດິອາຣາເບຍ ແລະກະບົດຮູຕິທີ່ສະໜັບສະໜູນໂດຍອິຫຼ່ານ ດັບເບີ້ນຢູເອັຊໂອໄດ້ຈັດໃຫ້ເຍເມນເປັນໜຶ່ງໃນປະເທດທີ່ປະເຊີນພາວະສຸກເສີນ ດ້ານມະນຸດສະທຳທີ່ເຮວຮ້າຍທີ່ສຸດ ເຊັ່ນດຽວກັບຊີເລຍ ຊູດານໃຕ້ ໄນຈິເລຍ ແລະອິຣັກ ມີລາຍງານຜູ້ເສຍຊີວິດຫຼາຍກວ່າ 10,000 ຄົນ ສ່ວນໃຫຍ່ຈາກການໂຈມຕີທາງອາກາດທີ່ເກີດຂື້ນເກືອບທຸກວັນ ມີສະຖານປິ່ນປົວບໍ່ເທົ່າໃດແຫ່ງທີ່ຍັງດຳເນີນການໄດ້ ປະຊາກອນປະມານ 2 ໃນ 3 ບໍ່ສາມາດເຂົ້າເຖິງນ້ຳສະອາດແລະປອດໄພ ປະຊາຊົນປະມານ 17 ລ້ານຄົນຈາກທັງມົດ 26 ລ້ານຄົນ
Powered by Blogger.