Header Ads

ເກົາຫຼີເໜືອທົດສອບຂີປະນາວຸດພັດທະນາຍິງໄກໄວ້ຖະຫຼົ່ມອາເມລິກາ



ສຳນັກຂ່າວຣອບເຕີ້ລາຍງານຈາກປະເທດເກົາຫຼີເໜືອ ເມື່ອວັນທີ 15 ພຶດສະພາວ່າ ລັດຖະບານເກົາຫຼີເໜືອປະສົບຄວາມສຳເລັດໃນການທົດສອບຍິງຂີປະນາວຸດພິໃສກາງ-ໄກ ເຊິ່ງເປັນຈຸດສຳຄັນທີ່ຈະພັດທະນາອາວຸດສະນິດນີ້ໃຫ້ກາຍເປັນຂີປະນາວຸດຂ້າມທະວີບທີ່ຈະເອົາໄວ້ຍິງໃສ່ສະຫະລັດ ໃນໄລຍະທາງກວ່າ 8,000 ກິໂລແມັດ ຫາກເກົາເໜືອສາມາດພັດທະນາອາວຸດດັ່ງກ່າວໄດ້ສຳເລັດຕາມເປົ້າມາຍ ກໍ່ຈະກາຍເປັນໄພຄຸກຄາມໃຫຍ່ບົນຄາບສະໝຸດເກົາຫຼີແລະຕໍ່ສະຫະລັດດ້ວຍ ທັງນີ້ ລັດຖະບານປຍງຢາງພາຍໃຕ້ການນຳຂອງ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງປະເທດ ໄດ້ອອກມາເປີດເຜີຍຂໍ້ມູນນີ້ເມື່ອວັນອາທິດວ່າ ການທົດສອບຄັ້ງລ່າສຸດມີຂື້ນເພື່ອຢືນຢັນສັກກະຍະພາບຂອງປະເທດທີ່ສາມາດສ້າງຫົວຮັບນິວເຄຼຍຂະໜາດໃຫຍ່ໄດ້ ຂະນະທີ່ທ່ານຄິມໄດ້ກ່າວຫາສະຫະລັດວ່າ ເປັນພວກທີ່ມັກແຕ່ຂູ່ໃຫ້ຄົນອື່ນຢ້ານແຕ່ບໍ່ໄດ້ມີນິວເຄຼຍແທ້ ແລະຍັງເຕືອນລັດຖະບານວໍຊິງຕັນດ້ວຍວ່າ ຢ່າຕັດສິນເກົາຫຼີເໜືອແບບຜິດໆ ເນື່ອງຈາກແຜ່ນດິນຂອງສະຫະລັດຢູ່ໃນໄລຍະທີ່ເກົາຫຼີເໜືອສາມາດຍິງຂີປະນາວຸດໄປຖະລົ່ມໄດ້ ທັງນີ້ຂີປະນາວຸດຊື່ວ່າ “ຮວາຊອງ-12” ຖືກຍິງອອກຈາກຖານໃນຄວາມສູງຫຼາຍເທົ່າທີ່ຈະສູງໄດ້ ເພື່ອປ້ອງກັນການລົບກວນປະເທດເພື່ອນບ້ານຂ້າງຄຽງ ສາມາດໄຕ່ລະດັບໄດ້ທີ່ຄວາມສູງ 2,111 ກິໂລແມັດ ຈາກນັ້ນຈຶ່ງສາມາດເດີນທາງໄປໄດ້ໄກເປັນໄລຍະ 787 ກິໂລແມັດ
ຢ່າງໃດກໍ່ຕາມ ກອງບັນຊາການພາກພື້ນມະຫາສະໝຸດປາຊຊີຟິກຂອງສະຫະລັດ ໄດ້ອອກມາເປີດເຜີຍວ່າ ຂີປະນາວຸດທີ່ເກົາຫຼີເໜືອທົດສອບນັ້ນ ບໍໄດ້ມີຄວາມສອດຄ້ອງກັບລັກສະນະຂອງຂີປະນາວຸດຂ້າມທະວີບ ນອກຈາກນີ້ທາງການເກົາຫຼີໃຕ້ຍັງປະກາດບໍ່ເຊື່ອຂ່າວພັດທະນາການດ້ານການນຳຈະຫຼວດກັບເຂົາມາໃຊ້ໃນຊັ້ນບັນຍາກາດຂອງເກົາຫຼີເໜືອອີກດ້ວຍ ທ່ານ ແຈ-ຊອນ ໂຄສົກເສນາທິການຮ່ວມກອງທັບສະຫະລັດແລະເກົາຫຼີໃຕ້ເຜີຍວ່າ ຄວາມເປັນໄປໄດ້ທີ່ເກົາຫຼີເໜືອເວົ້ານັ້ນຂ້ອນຂ້າງຕ່ຳ ທັງນີ້ຂີປະນາວຸດທີ່ໄດ້ຮັບການທົດສອບເມື່ອວັນອາທິດ ຕົກລົງໄປທີ່ທະເລໃກ້ກັບຣັສເຊຍ ເຮັດໃຫ້ສະຫະລັດເຊື່ອວ່າການກະທຳນີ້ຂອງເກົາຫຼີເໜືອ ເປັນໄປເພື່ອສົ່ງສັນຍານເຕືອນໄປຍັງເກົາຫຼີໃຕ້
Powered by Blogger.