Header Ads

ຍິງປືນລາວ ກຽມທົດສອບ 15 ນັກແມ້ນປືນ ເຟັ້ນຫາ 4 ນັກກິລາ ຮ່ວມຊີເກມ ທີ່ມາເລເຊຍ

ຍິງປືນລາວ ກຽມທົດສອບ 15 ນັກແມ້ນປືນ ເຟັ້ນຫາ 4 ນັກກິລາ ຮ່ວມຊີເກມ ທີ່ມາເລເຊຍ
ສະຫະພັນກິລາຍິງປືນແຫ່ງຊາດລາວ ກຽມຈະຈັດການແຂ່ງຂັນຍິງປືນເພື່ອເປັນການທົດສອບນັກແມ້ນປືນລະດັບປະເທດ ຈຳນວນ 15 ຄົນ ໃນວັນອັງຄານນີ້ ທີ່ສະໜາມຍິງປືນ 5 ເມສາ ເພື່ອເປັນການຄັດເລືອກຫາຜູ້ທີ່ມີຄວາມສາມາດດີເດັ່ນຢ່າງແທ້ຈິງ ຈຳນວນ 4 ຄົນ, ຍິງ 2 ຄົນ ສົ່ງເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 19-31 ພຶດສະພານີ້.

ທ່ານ ລຳພຽງ ພົມມະກອງ ຮອງປະທານສະຫະພັນຍິງປືນແຫ່ງຊາດລາວ ເຜີຍວ່າ: ພາຍຫຼັງທີ່ໄດ້ມີການຈັດການແຂ່ງຂັນທົດສອບນັກກິລາຍິງປືນລະດັບປະເທດເມື່ອບໍ່ດົນມານີ້ ເພື່ອເປັນການຄັດເລືອກນັກກິລາດີເດັ່ນກຽມສົ່ງເຂົ້າຮ່ວມແຂ່ງຂັນງານກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ເປັນເຈົ້າພາບ ໄດ້ມີນັກກິລາຈາກທົ່ວປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ສາມາດຄັດເລືອກໄດ້ໃນເບື້ອງຕົ້ນ 15 ຄົນ ຈາກກະຊວງປ້ອງກັນປະເທດ ແລະ ນະຄອນຫຼວງວຽງຈັນ ພ້ອມທັງຮຽກຕົວເຂົ້າສູນເຝິກຊ້ອມຢ່າງເປັນປົກກະຕິຈົນມາຮອດປັດຈຸບັນ ຈຶ່ງຈະຈັດການແຂ່ງຂັນຄັດເລືອກອີກຄັ້ງ ເຊິ່ງເປັນຄັ້ງສຸດທ້າຍໃຫ້ໄດ້ຕາມເປົ້າໝາຍທີ່ແທ້ຈິງ ຈຳນວນ 4 ຄົນ, ຍິງ 2 ຄົນ ກ່ອນສົ່ງເຂົ້າຮ່ວມແຂ່ງຂັນງານດັ່ງກ່າວ ການແຂ່ງຂັນຈະຈັດຂຶ້ນ ໃນວັນທີ 23-24 ພຶດສະພານີ້ ທີ່ສະໜາມຍິງປືນ 5 ເມສາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍຜູ້ທີ່ສາມາດຍິງສະສົມຄະແນນໄດ້ດີທີ່ສຸດໃນຈຳນວນ 4 ຄົນ ສະຫະພັນຍິງປືນແຫ່ງຊາດລາວ ຈະມີລາງພິເສດໃຫ້ ພ້ອມທັງເອົາເຂົ້ານອນສູນ ທີ່ສະໜາມກິລາຍິງປືນ 5 ເມສາ ແລະ ເນັ້ນໜັກໃຫ້ຊ້ອມທັງເຊົ້າ ແລະ ແລງ ເປັນປະຈຳໃນທຸກໆວັນຂອງແຕ່ລະອາທິດ.

          ສຳລັບການແຂ່ງຂັນທົດສອບຄວາມສາມາດນັກກິລາ 15 ຄົນ ເປັນຄັ້ງສຸດທ້າຍຄັ້ງນີ້ ເພື່ອຄົ້ນຫານັກກິລາດີເດັ່ນໃຫ້ໄດ້ຕາມເປົ້າໝາຍດັ່ງກ່າວ ແມ່ນຈະຈັດແຂ່ງຂັນຍິງປືນເຖິງ 7 ລາຍການ ປະກອບມີ ລາຍການປືນສັ້ນ 25 ແມັດຊາຍ 2 ຄົນ, ປືນສັ້ນ 25 ແມັດຍິງ 2 ຄົນ, ປືນອັດລົມຍິງ 2 ຄົນ, ປືນອັດລົມຊາຍ 2 ຄົນ, ປືນຍາວ 3 ທ່າຊາຍ 2 ຄົນ, ປືນຍາວທ່ານອນຊາຍ 2 ຄົນ ແລະ ປືນຍາວທ່ານອນຍິງ 3 ຄົນ ທັງໝົດນີ້ ຄະນະກໍາມະການຂອງສະຫະພັນຍິງປືນແຫ່ງຊາດ ຈະເປັນຜູ້ປະເມີນຄະແນນກໍານົດນັກກິລາທີ່ມີຄະແນນສູງທີ່ສຸດ ຈຳນວນ 4 ຄົນ ຈະໄດ້ເປັນຜູ້ຕາງໜ້ານັກກິລາຍິງປືນປະເທດລາວ ຕິດທີມຊາດເຂົ້າຮ່ວມລ່າຫຼຽນຄຳ ໃນງານມະຫາກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ເປັນເຈົ້າພາບ.


Powered by Blogger.