Header Ads

ໂຄງການໄຟຟ້ານໍ້າງຽບ 1 ເລີ່ມກັກເກັບນໍ້າໃນເຂືອນດັດສົມ



ພິທີກັກເກັບນໍ້າ ໃນອ່າງເຂື່ອນດັດສົມນໍ້າຂອງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ຈັດຂຶ້ນວັນມີ 15 ພຶດສະພາ 2017 ຢູ່ທີ່ ບ້ານ ຫາດຢື້ນ ເມືອງ ບໍລິຄັນ ແຂວງ ບໍລິຄໍາໄຊ, ໂດຍການເຂົ້າຮ່ວມ ຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ, ມີບັນດາຄະນະກໍາມະການຍົກຍ້າຍ-ຈັດສັນຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ, ອໍານາດການປົກຄອງຂັນເມືອງ - ບ້ານ ແລະ ບັນດາແຂກເພື່ອນຮ່ວມງານ ບໍລິສັດໄຟຟ້ານໍ້າງຽບເຂົ້າຮ່ວມ.

ທ່ານ ໂຢຊິຮິໂລ ຢາມາບາຢາຊິ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ ໄດ້ໃຫ້ຮູ້ວ່າ:ພາຍຫຼັງທີ່ຕັນນໍ້າແລ້ວ ຈະເຮັດໃຫ້ນໍ້າໃນອ່າງນີ້ຄ່ອຍໆສູງຂຶ້ນ ສະເລ່ຍ 1 ແມັດຕໍ່ມື້, ຄາດວ່າຈະໃຊ້ເວລາປະມານ 10 ມື້ຈະເຮັດໃຫ້ນໍ້າເຕັມອ່າງ ໃນເນື້ອທີ 1,3 ກິໂລແມັດ,ການກັກເກັບນໍ້າ ຄາດວ່າ ຈະມີການລົບກວນເລັກນ້ອຍ ຕໍ່ການໄຫຼ ແລະ ລະດັບນໍ້າໃນເຂດລຸ່ມເຂື່ອນ  ແຕ່ເຖິງຢ່າງໃດ້ກໍ່ຕາມ ທາງບໍລິສັດຈະສຶບຕໍ່ຕິດຕາມລະດັບຂອງນໍ້າຢ່າງໃກ້ຊິດ.ພາຍຫຼັງການປ່ອຍນໍ້າເຂົ້າອ່າງລົ້ນຝາຍແລ້ວ ນໍ້າຈະສືບຕໍ່ໄຫຼລົ້ນສັນເຂື່ອນ ຈົນກວ່າການປະຕິບັດງານຂອງເຮືອນຈັກທີ່ເຂື່ອນດັດສົມຈະເລີ່ມຂຶ້ນ ໃນປີ 2018.

 ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ  ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງບໍລິສັດທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານດັ່ງກ່າວໄດ້ສໍາເລັດຜົນຢ່າງເຂັມງວດຕາມລະດັບຄາດໝາຍ, ພ້ອມດ່ຽວກັນທ່ານຍັງໄດ້ຮຽກຮ້ອງໃຫ້ ພໍ່-ແມ່ປະຊາຊົນທີ່ຢູ່ໃກ້ຄຽງ ຕາມບໍລິເວນເຂດລຸ່ມເຂື່ອນ ມີຄວາມລະມັດລະວັງ ຕໍ່ເຫດການຕ່າງໆທີອາດຈະເກີດຂຶ້ນ ແລະ ພ້ອມພາກັນປົກປັກຮັກສາ ສັບສົມບັດລວມຂອງຊາດນີ້ໄວ້ຢ່າງໝັ້ນຄົງ.ຄະນະປະທານ ແລະ ບັນດາແຂກຍັງໄດ້ພ້ອມກັນ ກົດປຸ່ມສະວິດ ເພື່ອເປັນການ ປິດປະຕູກັກເກັບນໍ້າ ໃນອ່າງເຂື່ອນດັດສົມ ຂອງໂຄງການດັ່ງກ່າວຂຶ້ນຢ່າງເປນທາງການ. 



ໂຄງການໄຟຟ້ານໍ້າງຽບ 1 ມີກຳລັງຕິດຕັ້ງປະມານ 290 ເມກາວັດ, ​ເຊິ່ງກຳລັງດຳເນີນ ການກໍ່ສ້າງຢູ່ແຂວງ ບໍລິຄຳໄຊ ແລະ ແຂວງໄຊສົມບູນ ໂດຍປະກອບມີການ ກໍ່ສ້າງເຂື່ອນສອງເຂື່ອນ ແລະ ເຮືອນຈັກຜະລິດໄຟຟ້າສອງເຮືອນ; ໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງມາ ແຕ່ທ້າຍປີ 2014. ມາຮອດທ້າຍປີ 2016 ກໍມີຄວາມຄືບໜ້າປະມານ 60,30% ແລະ ຄາດວ່າໃນທ້າຍປີ 2017 ຈະສຳເລັດ ການ​ກໍ່ສ້າງປະມານ 90%.
Powered by Blogger.