Header Ads

ນາຍົກ ທອງລຸນ ສີສຸລິດ ສັ່ງໂຈະຊົ່ວຄາວການຊື້ລົດຮັບໃຊ້ບໍລິຫານ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ສະບັບເລກທີ 09/ນຍ ລົງວັນທີ 19 ພຶດສະພາ 2017 ເຖິງບັນດາລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າກະຊວງ ປະທານແນວລາວສ້າງຊາດ, ຫົວຫນ້າອົງການຈັດຕັ້ງມະຫາຊົນຂັ້ນສູງກາງ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານເຈົ້າແຂວງ ແລະ ອໍານວຍການຂອງລັດວິສາຫະກິດໃນທົ່ວປະທດ.





ໃນຄຳສັງດັ່ງກ່າວໄດ້ເນັ້ນການຄຸ້ມຄອງນໍາໃຊ້ງົບປະມານບໍລິຫານ ແລະ ຊື້ໃຫມ່. ເຊິ່ງການຈັດ ຊື້ໃຫມ່ພາຫະນະຮັບໃຊ້ບໍລິຫານດ້ວຍງົບປະມານຂອງລັດນັບແຕ່ປີ2018 ເປັນຕົ້ນໄປແມ່ນໃຫ້ໂຈະ ຊົ່ວຄາວ ຈົນກວ່າຈະມີແຈ້ງການຈາກລັດຖະບານ ໂດຍໃຫ້ຈັດສັນ ແລະ ນໍາໃຊ້ພາຫະນະທີ່ມີຢູ່ແລ້ວ ຮັບໃຊ້ເຂົ້າໃນວຽກງານລັດຖະການ.


ສຳລັບການຈັດຊື້ພາຫະນະທີ່ນຳໃຊ້ເງິນຊ່ວຍເຫຼືອເພື່ອການພັດທະນາຫລື ODA ແມ່ນບໍ່ໃຫ້ຊື້ ປະເພດຫູຫລາ ແລະມີລາຄາສູງຮັບໃຊ້ບໍລິຫານ ຫລື ປະກອບເປັນລົດປະຈຳຕໍາແຫນ່ງບຸກຄົນໃດຫນຶ່ງ.
ໃນຄຳສັ່ງຍັງຍັງເນັ້ນໃຫ້ຊົມໃຊ້ໄຟຟ້າ ນໍ້າປະປາ, ແລະອຸປະກອນການສື່ສານຕ່າງໆຢ່າງ ປະຢັດ ແລະ ໃຫ້ມີການກວດກາ, ຕິດຕາມໃບບິນໃນແຕ່ລະເດືອນຢ່າງເຄັ່ງຄັດ.
Powered by Blogger.