Header Ads

ລາວ-ຈີນ ບັນລຸສັນຍາ 09 ສະບັບ ຊຸກຍູ້ສ້າງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ"

ລາວ-ຈີນ ບັນລຸສັນຍາ 09 ສະບັບ ຊຸກຍູ້ສ້າງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ"
ໃນລະຫວ່າງວັນທີ 13-17 ພຶດສະພາ 2017, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ພາຍໃຕ້ຫົວຂໍ້: “ການຮ່ວມມືເພື່ອຄວາມວັດທະນາຖາວອນຮ່ວມກັນ” (Belt and Road: Cooperation for Common Prosperity) ທີ່ ນະຄອນຫລວງປັກກິງ, ສປ ຈີນ. lສະເພາະຕອນເຊົ້າວັນທີ 16 ພຶດສະພາ 2017, ພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະກັບ ພະນະທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ພັກປະຊາຊົນຈີນ, ປະທານ ປະເທດ ແຫ່ງ ສປ ຈີນ, ທີ່ ນະຄອນຫຼວງປັກກິງ. ສອງຝ່າຍ ໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຮ່ວມມືຂອງສອງພັກ ແລະ ສອງລັດ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຫມາກຜົນຂອງການຮ່ວມມື ທີ່ໄດ້ຮັບການເສີມຂະຫຍາຍອອກ ທັງທາງກວ້າງ ແລະ ທາງເລິກ ຕາມທິດ 4 ດີ (ເປັນເພື່ອນບ້ານທີ່ດີ, ເປັນມິດທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ) ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທັງສອງຜູ້ນຳ ໄດ້ເຫັນດີໃຫ້ເຈົ້າໜ້າທີ່ທັງສອງຝ່າຍ ສືບຕໍ່ເພີ່ມທະວີ ແລະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລາວ-ຈີນ ໃຫ້ເສີມຂະຫຍາຍຍິ່ງຂຶ້ນ. ໃນໂອກາດນີ້, ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ການເປັນເຈົ້າພາບກອງປະຊຸມ ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ໄດ້ຮັບຜົນສຳເລັດຢ່າງຈົບງາມ, ພ້ອມທັງໄດ້ເຊື້ອເຊີນ ພະນະທ່ານ ສີ ຈິ້ນຜິງ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ. ໃນຂະນະດຽວກັນ, ພະນະທ່ານປະທານ ສີ ຈິ້ນຜິງ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ພະນະທ່ານ ປະທານປະເທດລາວ ທີ່ໄດ້ນຳພາຄະນະມາຢ້ຽມຢາມ ສປ ຈີນ ແລະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືຂັ້ນສູງ ທີ່ ສປ ຈີນ ເປັນເຈົ້າພາບຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມຍຸດທະສາດ ໜຶ່ງແລວທາງ ໜຶ່ງເສັ້ນທາງ. ນອກຈາກການຮ່ວມມືສອງຝ່າຍແລ້ວ, ຜູ້ນຳທັງສອງ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ສະພາບການສາກົນ ແລະ ພາກພື້ນ. ພາຍຫຼັງການພົບປະ, ຜູ້ນຳຂອງສອງປະເທດ ໄດ້ເປັນສັກຂີພິຍານ ໃນການແລກປ່ຽນສັນຍາ 09 ສະບັບ ກ່ຽວກັບ ແຜນແມ່ບົດຮ່ວມກັນຊຸກຍູ້ ເພື່ອສ້າງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”, ເສດຖະກິດ-ເຕັກນິກ, ການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ ແລະ ການເງິນ.

Powered by Blogger.