Header Ads

ບໍ່​ຢາກ​ຈະ​ເຊື່ອ​!!…. ເບິ່ງ​ໜັງ​ໂປ້ເລື້ອຍໆ​ ສົ່ງ​ຜົນ​ໃຫ້​ “ນົກ​ເຂົາ​ບໍ່​ຂັນ​”

ບໍ່​ຢາກ​ຈະ​ເຊື່ອ​!!…. ເບິ່ງ​ໜັງ​ໂປ້ເລື້ອຍໆ​ ສົ່ງ​ຜົນ​ໃຫ້​ “ນົກ​ເຂົາ​ບໍ່​ຂັນ​”

ບໍ່​ຢາກ​ຈະ​ເຊື່ອ​!!…. ເບິ່ງ​ໜັງ​ໂປ້ເລື້ອຍໆ​ ສົ່ງ​ຜົນ​ໃຫ້​ “ນົກ​ເຂົາ​ບໍ່​ຂັນ​”

ຜູ້​ຊ່ຽວ​ຊານ​ເຜີຍ​ຜົນ​ການ​ວິ​ໄຈຊວນ​ຊັອກ​ ວ່າ​ຜູ້​ຊາຍ​ທີ່​ມັກ​ເບິ່ງ​ໜັງ​ໂປ້​ເລື້ອຍໆ​ ຈົນ​ເຂົ້າ​ຂັ້ນ​ເສບ​ຕິດ​ ອາດ​ມີ​ບັນຫາ​ນົກ​ເຂົາ​ບໍ່​ຂັນ​ ເມື່ອ​ຕ້ອງ​ການ​ມີ​ເຊັກ​​ແທ້ໆ​
ເມື່ອ​ບໍ່​ດົນ​ນີ້​ ເວັບ​ໄຊ​ຕ໌​ເດ​ລີ​ເມນ​ລາຍ​ງານ​ວ່າ​ ການ​ເຂົ້າ​ເຖິງ​ສື່​ອາ​ນາ​ຈານ​ໄດ້​ງ່າຍ​ ບໍ່​ພຽງ​ເຮັດໃຫ້​ຄົນ​ເສບ​ຕິດ​ໜັງ​ໂປ​ເທົ່າ​ນັ້ນ​ ຍັງ​ອາດ​ມີ​ຜົນ​ຕໍ່​ບັນຫາ​ເລື່ອງ​ເທິງ​ຕຽງ​ພ້ອມ
ລາຍ​ງານ​​ນີ້​ ອ້າງ​ເຖິງ​ຜົນ​ການສຶກສາ​ຂອງ​ ແອນ​ເຈ​ລ່າ​ ເກກ​ໍ​ຣີ່​ (Angela Gregory) ນັກ​ຈິດ​ບຳ​ບັດ​ທາງ​ເພດ​ຊາວ​ອັງ​ກ​ິດ​ ຈາກ​ Nottingham University Hospital ເຊິ່ງ​ພົບ​ວ່າ​ ມີ​ຜູ້​ປ່ວຍ​ເພດ​ຊາຍ​ທີ່​ຢູ່ໃນ​ຊ່ວງ​ອາ​ຍຸ 20 ຕົ້ນ​ໆ​ ເຂົ້າ​ຮັບ​ການ​ບຳ​ບັດ​ເລື່ອງ​ເພດ​ກັບ​ນາງ​ຫລາຍ​ຂຶ້ນ​ຢ່າງ​ເຫັນ​ໄດ້​ແຈ້ງ​ ໃນ​ຮອບ​ 5 ປີ​ຫຼັງ​ສຸດ​ ໂດຍ​ສະເພາະ​ອາການ​ນົກ​ເຂົາບໍ່​ຂັນ​ ເຊິ່ງ​ຜິດ​ຈາກ​ເມື່ອ​ກ່ອນ​ທີ່​ມີ​ແຕ່​ຜູ້ໃຫຍ່​ເຂົ້າ​ຮັບ​ການ​ບຳ​ບັດ​ ພ້ອມ​ເຜີຍ​ອີກ​ວ່າ​ ຜູ້​ປ່ວຍ​ທີ່​ເປັນ​ໄວ​ລຸ້ນ​ນັ້ນ​ບໍ່​ມີ​ຄວາມ​ຜິດ​ປົກກະຕິ​ໃນ​ສ່ວນ​ຂອງ​ອະໄວຍະວະ​ເພດ​ແຕ່​ຢ່າງ​ໃດ​
ບໍ່​ພຽງ​ເທົ່າ​ນັ້ນ​ ຍັງມີ​ຜົນ​ການ​ວິໄ​ຈ​ໃນ​ປີ​ 2014 ຕີ​ພິມ​ໃນ​ວາລະ​ສານ​ Journal of Sexual Medicine ຊີ້​ວ່າ​ ຜູ້​ປ່ວຍ​ພະຍາດ​ເຊື່ອມ​ສະມັດຖະພາບ​ທາງ​ເພດ​ລາຍ​ໃໝ່​ 4 ຄົນ​ ຈະ​ມີ​ 1 ຄົົນທີ່​ອາ​ຍຸ​ຕ່ຳ​ກວ່າ​ 40 ປີ​ ແລະ​ມີ​ຜົນ​ການສຶກສາ​ທີ່​ປາກົດ​ໃນ​ວາລະ​ສານ​ Behavioural Sciences Journal ລະ​ບຸ​ວ່າ​ ການ​ເສບ​ຕິດ​ໜັງ​ໂປ​ຂັ້ນ​ຮຸນແຮງ​ ມີ​ສ່ວນ​ເຮັດໃຫ້​ຄວາມ​ພຶງ​ພໍ​ໃຈ​ໃນ​ການ​ຮ່ວມ​ເພດ​ ແລະ​ຄວາມ​ຕ້ອງ​ການ​ທາງ​ເພດຫ​ລຸດລົງ​
“ຮູ້​ແບບ​ນີ້​ແລ້ວ​ ທ່ອງ​ຄາ​ຖາ​ເອົາ​ໄວ້​ ວ່າ​ໜັງ​ໂປ​ສາມາດ​ເບິ່ງ​ໄດ້​ ແຕ່​ຢ່າ​ໝົກ​ມຸ້ນ​ຈົນ​ເຖິງ​ຂັ້ນ​ເສບ​ຕິດ​ ເພາະ​ຖ້າ​ເຖິງ​ຂັ້ນ​ນັ້ນ​ ມັນ​ຈະ​ກາຍ​ເປັນ​ໂທດ​ ເຮັດໃຫ້​ຊີວິດ​ທາງ​ເພດ​ໃນ​ໂລກ​ຄວາມ​ຈິງ​ຂອງ​ເຈົ້າ​ລົ້ມ​ເຫລວ​ບໍ່​ເປັນ​ທ່າ​”

Powered by Blogger.