Header Ads

ເກົາຫຼີເໜືອ ຍັງບໍ່ຢຸດຄວາມພະຍາຍາມ ທົດສອບຍິງວັດຖຸປິດສະໜາແນວໂຄ້ງ

ເກົາຫຼີເໜືອ ຍັງບໍ່ຢຸດຄວາມພະຍາຍາມ ທົດສອບຍິງວັດຖຸປິດສະໜາແນວໂຄ້ງ

ເກົາຫຼີເໜືອ ຍັງບໍ່ຢຸດຄວາມພະຍາຍາມ ທົດສອບຍິງວັດຖຸປິດສະໜາແນວໂຄ້ງ

ສຳນັກງານຜູ້ບັນຊາການທະຫານສູງສຸດຂອງເກົາຫຼີໃຕ້ ລະບຸຜ່ານຖະແຫຼງການວານນີ້ວ່າ ມີວັດຖຸວິຖີໂຄ້ງ ຖືກຍິງອອກຈາກຖານໃນຕອນບ່າຍຂອງວັນທີ 21 ພຶດສະພາ ທີ່ຜ່ານມາ ໃນພື້ນທີ່ຖານຍິງໃກ້ກັບເມືອງປຸກຊາງ ພື້ນທີ່ເຊິ່ງເກົາຫຼີເໜືອໃຊ້ທົດສອບຍິງຂີປະນາວຸດ ເຊິ່ງລົ້ມເຫຼວເມື່ອເດືອນທີ່ຜ່ານມາ
ຂະນະທີ່ສຳນັກຂ່າວຍອນຮັບ ຂອງເກົາຫຼີໃຕ້ ລາຍງານໂດຍອ້າງແຫຼ່ງຂ່າວທີ່ບໍ່ເປີດເຜີຍຊື່ ລະບຸ ການຍິງຄັ້ງນີ້ ບໍ່ໜ້າຈະເປັນຂີປະນາວຸດຂ້າມທະວີບ ຂະນະທີ່ເຈົ້າໜ້າທີ່ກອງທັບເກົາຫຼີໃຕ້ ລະບຸວ່າ ກອງທັບຢູ່ລະຫວ່າງວິເຄາະການຍິງດັ່ງກ່າວ ໂດຍປະຕິເສດທີ່ຈະໃຫ້ຄວາມເຫັນ
ທັງນີ້ ເກົາຫຼີເໜືອຍັງຄົງທ້າທາຍສຽງຮຽກຮ້ອງຈາກທົ່ວໂລກ ທີ່ໃຫ້ດຳເນີນການຄວບຄຸມໂຄງການນິວເຄລຍ ແລະ ໂຄງການຂີປະນາວຸດຂອງປະເທດ

ຂໍຂອບໃຈ
ຂໍ້ມູນ : noozup.news
Powered by Blogger.