Header Ads

ແຂວງຊຽງຂວາງ ຈັດງານວາງສະແດງສິນຄ້າ ມິນີ ໄທແລນດ໌ວີກ 2017

​ເມື່ອ​ອາທິດ​ທີ່​ຜ່ານ​ມາ, ​ແຂວງ​ຊຽງ​ຂວາງ ​ແລະ ກົມ​ສົ່ງ​ເສີມ​ການ​ຄ້າ​ ລະຫວ່າງ​ປະ​ເທດ​ໄທ ​ໄດ້​ຮ່ວມ​ກັນ​ຈັດ​ງານ​ວາງ ສະ​ແດງ​ສິນຄ້າ ມິ​ນີ ​ໄທ​ແລນ​ດ໌ວີກ 2017 ທີ່​ເດີ່ນ​ພິພິທະ​ພັນ ​ແຂວງ​ຊຽງ​ຂວາງ, ​ໂດຍ​ການ​ເປັນ​ປະທານ​ຮ່ວມ ​ຂອງ​ທ່ານ ບົວ​ສອນ ສີນ​ວນທອງ ຮອງ​ເຈົ້າ​ແຂວງຊຽງ​ຂວາງ ​ແລະ ທ່ານ ນົບພະ​ດົນ ​ເທບ​ພິທັກ ​ເອກ​ອັກຄະ​ລັດຖະທູດ​ ​ແຫ່ງ ຣາຊະ​ອາ​ນະ​ຈັກ​ໄທ ປະຈຳ ສປປ ລາວ ມີ​ບັນດາ​ນັກທຸລະກິດ​ ລາວ-​ໄທ ​ເຂົ້າ​ຮ່ວມ.

ງານ​ວາງສະ​ແດງ​ດັ່ງກ່າວ, ຈັດ​ຂຶ້ນ​ເພື່ອ​ສ້າງ​ຄວາມ​ສຳພັນ ​ທາງ​ດ້ານ​ຕະຫລາດ​ ການ​ຄ້າການ​ລົງທຶນ ​ແລະ ການ​ລົງທຶນ ໃນ​ພື້ນ​ທີ່​ທາງ​ພາກ​ເໜືອ. ​ເຊິ່ງພາຍ​ໃນ​ງານ​ແມ່ນ​ໄດ້​ນຳ​ເອົາ​ສິນຄ້າ ຂອງ​ ລາວ-​ໄທ ມາ​ວາງສະ​ແດງ ​ໃນ​ນັ້ນ​ມີ​ສິນຄ້າ​ຊັ້ນ​ນຳ​ ຂອງ​ປະ​ເທດ​ໄທ ທີ່​ປະກອບ​ດ້ວຍກຸ່ມ​ທີ່​ມີ​ຕົວ​ແທນ ​ໃນ​ສປປ ລາວ ແລະ ຜູ້​ປະກອບ​ການ​ໄທ 37 ບໍລິສັດ ​ເຊິ່ງປະກອບ​ດ້ວຍ​ສິນຄ້າ​ອຸປະ​ໂພ​ກ-ບໍລິ​ໂພ​ກ, ສິນຄ້າ​ຕົກ​ແຕ່ງ-​ເຄື່ອງ​ປະດັບ, ​ເຄື່ອງ​ສຳ​ອາງ, ສະ​ໝຸນ​ໄພ ​ແລະ ອື່ນໆ. ການຈັດ​ງານ​ໃນ​ຄັ້ງນີ້ ​ ຖື​ໄດ້​ວ່າ​ເປັນ​ນິມິດ​ໝາຍ​ອັນ​ດີ​ ໃນ​ການ​ຄ້າ​ ລະຫວ່າງ​ ລາວ-​ໄທ ທີ່​ມີ​ຊາຍ​ແດນ​ເຊື່ອມ​ຈອດ​ກັນ ​ເຊິ່ງຊຽງ​ຂວາງ ​ເປັນ​​ແຂວງ​ທີ່​​ໃຫ​ຍ່ ທາງ​ພາກ​ເໜືອ​ຂອງ​ລາວ, ພ້ອມ​ທັງ​ມີ​ຊາຍ​ແດນ​ເຊື່ອ​ມຕໍ່ ​ໄປ​ສູ່​ປະ​ເທດ​ຫວຽດນາມ ​ແລະ ປະ​ເທດ​ຈີນ ​ເຊິ່ງສົ່ງ​ຜົນ​ດີ​ ໃນ​ການ​ຕິດ​ຕໍ່​ພົວພັນ​ກັນ ​ໃນ​ດ້ານ​ການ​ຄ້າຂາຍ, ການ​ລົງທຶນ ​ແລະ ການທ່ອງທ່ຽວ​ໃນ​ອະນາ​ຄົດ.

ຂ່າວ: ສົມ​ຫວັງ
ຂອບໃຈແຫຼ່ງຂໍ້ມູນ : ຂ່າວສານປະເທດລາວ
Powered by Blogger.