Header Ads

ເຊກອງ ວາງສີລາລຶກ ກໍ່ສ້າງຕໍ່ເຕີມອາຄານສະພາປະຊາຊົນແຂວງ

ພິທີວາງສີລາລຶກ ໂຄງການກໍ່ສ້າງຕໍ່ເຕີມ ອາຄານສະພາປະຊາຊົນ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ 2017 ຜ່ານມານີ້, ໂດຍການເຂົ້າຮ່ວມຂອງ ທ່ານ ນີສອນ ວືອິນຢ້າວ ຮອງປະທານ ສະພາປະຊາຊົນ ແຂວງເຊກອງ, ມີບັນດາສະມາຊິກສະພາ ປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ໂຢຕີ້ ຄິວລະວົງ ອໍານວຍການ ບໍລິສັດ ເພັດທິດາ ກໍ່ສ້າງ ຈຳກັດ ໃນນາມຜູ້ຮັບເໝົາກໍ່ສ້າງໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຕໍ່ເຕີມ ຫ້ອງການສະພາປະຊາຊົນ ແຂວງເຊກອງ ແມ່ນໄດ້ ເລີ່ມລົງມືກໍ່ສ້າງ ໃນວັນທີ 4 ພຶດສະພາ ປີ 2017 ແລະ ຄາດວ່າຈະໃຫ້ສຳເລັດ ໃນເດືອນຕຸລາ 2018 ໂດຍກໍານົດ 18 ເດືອນ, ໃນມູນຄ່າການກໍ່ສ້າງ ທັງໝົດ 2 ຕື້ກວ່າກີບ ໂດຍແມ່ນ ງົບປະມານຂອງລັດ. ເປັນອາຄານ 2 ຊັ້ນ, ກວ້າງ 17,2 ແມັດ, ຍາວ 10,8 ແມັດ, ສູງ 10ແມັດ, ລວມທັງໝົດ 8 ຫ້ອງ.  
ໂຄງການກໍ່ສ້າງຕໍ່ຕື່ມ ອາຄານສະພາປະຊາຊົນ ແຂວງເຊກອງ ຖ້າຫາກວ່າສ້າງສໍາເລັດ ແມ່ນຈະເປັນການເອື້ອຍອໍານວຍ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ກັບບັນດາສາມະຊິກສະພາ ປະຊາຊົນແຂວງ ມີຄວາມສະດວກຫລາຍຂຶ້ນກວ່າເກົ່າ.
ແຫຼ່ງຂ່າວ:​ສຳນັກຂ່າວສານປະເທດລາວ

Powered by Blogger.