ຈັບຄາດ່ານ! ສາວລາວລັກລອບຂົນຢາບ້າ ຍັດເຊືອງໃນສະເຕຫັດໜ້າທ້ອງ ເກືອບ 2 ພັນເມັດ
ຕຳຫລວດໜອງຄາຍ ລວບຈັບສາວລາວນຳຢາບ້າເກືອບສອງພັນເມັດ ໃສ່ກະເປົາຄາດແອວແລ້ວໃຊ້ສະເຕຫັດໜ້າທ້ອງອຳພາງເຈົ້າຫນ້າທີ່ ແຕ່ບໍ່ລອດຖືກລວບຈັບຄາດ່ານ ສໍ່ຂະຫຍາຍຜົນ
ວັນທີ 16 ພຶດສະພາ 2560 ທີ່ດ່ານຊາຍແດນຂົວມິດຕະພາບໄທ - ລາວ ແຫ່ງທີ່ 1 ເມືອງໜອງຄາຍ นายนิมิตร แสงอำไพ ນາຍດ່ານໜອງຄາຍ ພ້ອມເຈົ້າຫນ້າທີ່ໄດ້ຮ່ວມກັນຖະແຫລງຂ່າວການຈັບກຸມນາງນ້ອຍ ບໍ່ມີນາມສະກຸນ ອາຍຸ 40 ປີ ຊາວເມືອງໝື່ນ ແຂວງວຽງຈັນ ສປປ.ລາວ ພ້ອມຂອງກາງຢາບ້າ 1,937 ເມັດ
ໂດຍຈັບກຸມໄດ້ຂະນະທີ່ນາງນ້ອຍລົງຈາກລົດໂດຍສານປະຈຳຂົວເຂົ້າເຮັດພິທີການຜ່ານແດນ ເຈົ້າຫນ້າທີ່ສັງເກດພົບພິລຸດຈຶ່ງໄດ້ເອີ້ນກວດຄົ້ນ ປາກົດວ່ານາງນ້ອຍໄດ້ນຳຢາບ້າຈຳນວນດັ່ງກ່າວໃສ່ຖົງພາສຕິກຍັດໃນກະເປົາຄາດແອວແລ້ວນຳສະເຕຫັດໜ້າທ້ອງມາຄາດທັບ ກ່ອນຈະສວມໃສ່ເສື້ອແຂນຍາວຄຸມອີກຊັ້ນໜຶ່ງເພື່ອອຳພາງເຈົ້າຫນ້າທີ່
ຈາກການສອບສວນນາງນ້ອຍໃຫ້ການຮັບສາລະພາບວ່າ ເຮັດເຊັ່ນນີ້ມາແລ້ວ 4 ເທື່ອ ໂດຍແຕ່ລະເທື່ອຈະມີຊາຍຊາວມົ້ງລາວທີ່ຝັ່ງລາວນຳຢາບ້າມາສົ່ງໃຫ້ ຈາກນັ້ນຕົນຈະນຳຢາບ້າໄປສົ່ງໃຫ້ຄົນໄທທີ່ ຈ.ໜອງບົວລຳພູ ແລ້ວຈະໄດ້ຄ່າຈ້າງເທື່ອລະ 10,000 ບາດ (ປະມານ 2.400.000ກີບ)
ຫຼັງຈາກນັ້ນ นายสมบัติ ฆ้อนทอง ຫົວໜ້າຝ່າຍສືບສວນ ແລະປາບປາມດ່ານศุลกากรหนองคาย ໄດ້ປະສານຕຳຫລວດພູທອນແຂວງໜອງຄາຍ , ຕຳຫລວດປ້ອງກັນປາບປາມຢາເສບຕິດ ແລະຕຳຫລວດພູທອນແຂວງໜອງບົວລຳພູ ໄດ້ນຳນາງນ້ອຍໄປຂະຫຍາຍຜົນຈັບກຸມ ໂດຍນັດໝາຍສົ່ງມອບຢາບ້າພາຍໃນປັ້ມນ້ຳມັນແຫ່ງໜຶ່ງທີ່ ອ. ສີບຸນເຮືອງ
ມີຊາຍຄົນໜຶ່ງ ຮູ້ຊື່ພາຍຫຼັງ นายเกรียงไกร พลเพ็ง ອາຍຸ 40 ປີ ຢູ່ບ້ານເລກທີ່ 25 ໝູ່ 4 ຕ.ຢາງຫຼໍ່ ອ.ສີບຸນເຮືອງ ຈ.ໜອງບົວລຳພູ ມາຮັບຢາບ້າຈາກນາງນ້ອຍ ເຈົ້າຫນ້າທີ່ຈຶ່ງໄດ້ເຂົ້າຈັບກຸມ ພົບໃນໂຕ นายเกรียงไกร พลเพ็ง ຍັງໄດ້ນຳເງິນ 74,000 ບາດ ມາຈ່າຍຄ່າຢາບ້າ ຈຶ່ງໄດ້ຈັບກຸມໂຕທັງສອງຄົນສົ່ງພະນັກງານສອບສວນດຳເນີນຄະດີຕາມກົດໝາຍຕໍ່ໄປ.