ເຢຍລະມັນ ໃຫ້ການສະໜັບສະໜູນທາງດ້ານການເງິນແກ່ ກະຊວງສຶກສາ ແລະ ກິລາ ຈຳນວນ 60,5 ຕື້ກວ່າກີບ
ລັດຖະບານເຢຍລະມັນ ໄດ້ໃຫ້ການສະໜັບສະໜູນທາງດ້ານການເງິນແກ່ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດການເຝິກອົບຮົມວິຊາຊີບແບບຄວບຄູ່ ແລະ ການຂະຫຍາຍວິທະຍາເຂດຂອງວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຈໍານວນ 60,5 ຕື້ກວ່າກີບ (6,8 ລ້ານຢູໂຣ).
ເມື່ອວັນທີ 16 ພຶດສະພາ ຜ່ານມາ ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈການຮ່ວມມືທາງດ້ານການເງິນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ທະນາຄານພັດທະນາເຢຍລະມັນ, ໂດຍໃຫ້ກຽດລົງນາມຂອງທ່ານ ຮສ.ປອ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ປອ. ຢູເລຍອາ ຄຸນນີ ຜູ້ຕາງໜ້າທະນາຄານພັດທະນາເຢຍລະມັນ, ມີທ່ານ ໜູພັນ ອຸດສາ ຫົວໜ້າກົມອະຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມລິດ ວິລິວົງ ຜູ້ອຳນວຍການ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ພ້ອມດ້ວຍບັນດາຫົວໜ້າພະແນກ, ຫົວໜ້າຂະແໜງ, ພະນັກງານວິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການດັ່ງກ່າວ, ແມ່ນລັດຖະບານ ເຢຍລະມັນ ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ກະຊວງສຶກສາທິການ ແລະ ກິລາ ຈໍານວນ 60,5 ຕື້ກວ່າກີບ (6,8 ລ້ານຢູໂຣ), ເປັນໂຄງການສະໜັບສະໜູນການເງິນໃຫ້ແກ່ການຈັດຕັ້ງປະຕິບັດການເຝິກອົບຮົມແບບຄວບຄູ່, ເຊິ່ງເປັນຮູບແບບການຈັດຕັ້ງການຮຽນ-ການສອນ ລະຫວ່າງສະຖານອາຊີວະສຶກສາ ແລະ ສະຖານປະກອບການ ເພື່ອຍົກສູງຄຸນະພາບ ແລະ ຄວາມສອດຄ່ອງຂອງການເຝິກອົບຮົມໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
ນອກຈາກນີ້, ຍັງຈະນຳໃຊ້ເຂົ້າໃນຫຼາຍໜ້າວຽກ ເປັນຕົ້ນແມ່ນສະໜັບສະໜູນການຈັດຕັ້ງປະຕິບັດການເຝິກອົບຮົມວິຊາຊີບແບບມີສ່ວນຮ່ວມ, ສະໜັບສະໜູບການຂະຫຍາຍວິທະຍາເຂດ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ໂດຍມີໄລຍະການປະຕິບັດ 4 ປີ ຈະເລີ່ມແຕ່ປີ 2018 ເປັນຕົ້ນໄປ.