Header Ads

ລາວ ຈະສົ່ງ 4 ປະເພດກິລາ ຮ່ວມງານກິລານັກຮຽນອາຊຽນ ທີ່ສິງກະໂປ

ສປປ ລາວ ກໍ່ຄື ກະຊວງສຶກສາທິການ ແລະ ກິລາ ຈະສົ່ງ 4 ປະເພດກິລາ ຄື: ແລ່ນ-ລານ, ລອຍນໍ້າ, ດອກປີກໄກ່ ແລະ ກະຕໍ້ ເຂົ້າຮ່ວມງານມະຫາກໍາກິລານັກຮຽນອາຊຽນ ຄັ້ງທີ 9 ທີ່ປະເທດສິງກະໂປ ເປັນເຈົ້າພາບ ໃນກາງເດືອນກໍລະກົດນີ້ ພ້ອມຕັ້ງເປົ້າຈະສູ້ຊົນສ້າງຜົນງານໃຫ້ອອກມາດີ 8 ກວ່າຄັ້ງທີ່ຜ່ານມາ.

ທ່ານ ບຸນສຸກ ທິລະສັກ ຫົວໜ້າກົມພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະຮັບຜິດຊອບນັກກິລານັກຮຽນລາວ ເມື່ອວັນທີ 17 ພຶດສະພາ ຜ່ານມາ ວ່າ: ໃນການເຂົ້າຮ່ວມງານມະຫາກໍາກິລານັກຮຽນອາຊຽນ ຄັ້ງທີ 9 ທີ່ປະເທດສິງກະໂປ ເປັນເຈົ້າພາບ ລະຫວ່າງວັນທີ 13-21 ກໍລະກົດ 2017, ສປປ ລາວ ໄດ້ຕົກລົງເຫັນດີຈະສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 67 ຄົນ. ໃນນັ້ນ, ຄະນະນຳ 13 ທ່ານ, ຄູເຝິກ 14 ທ່ານ ແລະ ນັກກິລາ 40 ຄົນ ໃນ 4 ປະເພດກິລາຄື: ແລ່ນ-ລານ, ລອຍນໍ້າ, ດອກປີກໄກ່ ແລະ ກະຕໍ້. ສ່ວນງົບປະມານຮັບໃຊ້ໃນການເຂົ້າຮ່ວມຄັ້ງນີ້ ແມ່ນໄດ້ອີງໃສ່ທິດທາງປະຢັດມັດທະຍັດຂອງລັດຖະບານ ຈຶ່ງໄດ້ຄັດຈ້ອນງົບປະມານໃຫ້ເຫຼືອໜ້ອຍທີ່ສຸດຈາກເບື້ອງຕົ້ນ 2,5 ຕື້ກີບ ເຫຼືອພຽງ 1,5 ຕື້ກີບ.


ທ່ານຫົວໜ້າກົມພະລະ ແລະ ສິລະປະສຶກສາ ກ່າວອີກວ່າ: ສຳລັບການກະກຽມຄວາມພ້ອມດ້ານຕ່າງໆ ມາຮອດປັດຈຸບັນນີ້ ແມ່ນມີຄວາມພ້ອມແລ້ວຮອບດ້ານ ໂດຍສະເພາະແມ່ນການຄັດເລືອກນັກກິລາ ແລະ ການເຝິກຊ້ອມ. ໃນນັ້ນສະເພາະນັກກິລາແລ່ນ-ລານ ຈຳນວນ 12 ຄົນ ແມ່ນເກັບຕົວເຝິກຊ້ອມຢູ່ໂຮງຮຽນພອນສະຫວັນກິລາ-ກາຍະກໍາ. ສ່ວນນັກກິລາກະຕໍ້ ຈຳນວນ 12 ຄົນ ແມ່ນເກັບຕົວເຝິກຊ້ອມທີ່ສະໜາມກິລາໃນຮົ່ມ ໂອແລມປາເຊຍ (ວິທະຍາເຂດດົງໂດກ), ນັກກິລາດອກປີກໄກ່ 12 ແມ່ນເຝິກຊ້ອມທີ່ສະໂມສອນກິລາໃນຮົ່ມ (ບຶງຂະຫຍອງ) ແລະ ນັກກິລາລອຍນ້ຳ 4 ຄົນ ແມ່ນເຝິກຊ້ອມທີ່ສະລອຍນ້ຳວຽງຈັນ.

ສຳລັບການເຂົ້າຮ່ວມງານມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 9 ທີ່ສິງກະໂປ ເປັນເຈົ້າພາບ ໃນຄັ້ງນີ້, ສປປ ລາວ ຕັ້ງເປົ້າຈະສູ້ຊົນສ້າງຜົນງານໃຫ້ອອກມາດີທີ່ສຸດກວ່າຫຼາຍຄັ້ງທີ່ຜ່ານມາ ເປັນຕົ້ນແມ່ນໃນງານມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 8 ທີ່ແຂວງຊຽງໃໝ່ ປະເທດໄທ ເປັນເຈົ້າພາບ ໃນປີ 2016 ຜ່ານມາ, ທັບນັກກິລານັກຮຽນລາວ ສາມາດຍາດໄດ້ 1 ຫຼຽນເງິນ ແລະ 7 ຫຼຽນທອງ ຈາກ 9 ປະເພດກິລາ.
ຂໍຂອບໃຈ
ຂໍ້ມູນ : ສຶກສາ-ກິລາ

Powered by Blogger.