Header Ads

ກຸ່ມໄອເອສ ບຸກສັງຫານໝູ່ປະຊາຊົນຊາວຊີເລຍ 50 ສົບ

http://183.182.100.162:8080/sites/default/files/
ສຳນັກຂ່າວຕ່າງປະເທດລາຍງານຈາກກຸງເບຣຸດ ປະເທດເລບານອນ ເມື່ອວັນທີ 19 ພຶດສະພາວ່າ ການບຸກໂຈມຕີແບບສາຍຟ້າແລບ ມີຂື້ນຂະນະທີ່ກຸ່ມໄອເອສກຳລັງສູນເສຍພື້ນທີ່ຍຶດຄອງໃນເຂດອື່ນໆຂອງຊີເລຍ ແລະໃນອິຣັກ ກຸ່ມສັງເກດການສິດທິມະນຸດຊົນຊີເລຍ (ເອສໂອເອຊອາຣ) ແຫ່ງອັງກິດ ເຊິ່ງມີຖານຢູ່ທີ່ກຸງເບຣຸດເຜີຍວ່າ ການບຸກໂຈມຕີໝູ່ບ້ານອາກາເລັບ ແລະໝູ່ບ້ານອັລ-ມາບູເຍ ນັກຮົບໄແເອສສັງຫານພົນລະເຮືອນຢ່າງໜ້ອຍ 15 ສົບ ແລະນັກຮົບກຸ່ມສະໜັບສະໜູນລັດຖະບານຊີເລຍ 27 ສົບ ສ່ວນອື່ນອີກ

ການບຸກໂຈມຕີເມື່ອຕອນເຊົ້າຄັ້ງນີ້ ກຸ່ມໄອເອສສູນເເສຍນັກຮົບດ້ວຍ 15 ສົບ ທ່ານ ຣາມີ ອັບເດລ ຣາຫມານ ຜູ້ອຳນວຍການເອສໂອເອອາຣ ກ່າວວ່າ ຜູ້ເຫັນເຫດການເຜີຍວ່າ ໃນຈຳນວນພົນລະເຮືອນທີ່ເສຍຊີວິດ ເປັນພໍ່ແລະລູກ 2 ຄົນ ຖືກນັບຮົບໄອເອສຂ້າດ້ວຍມີດ

ສຳນັກຂ່າວຂອງທາງການຊີເລຍລາຍງານເຊັ່ນກັນວ່າ ການໂຈມຕີຂອງກຸ່ມໄອເອສໃນຄັ້ງນີ້ ມີປະຊາຊົນຖືກສັງຫານ 52 ສົບ ໂດຍ 15 ຄົນໃນຈຳນວນນີ້ເປັນເດັກ ແຕ່ຂ່າວລະບຸວ່າເປັນການໂຈມຕີໝູ່ບ້ານອາກາເລັບພຽງແຫ່ງດຽວ

Powered by Blogger.