Header Ads

ເສດຖະກິດຟິລິບປິນ ເຕີບໃຫຍ່ຂະຫຍາຍໂຕ

ສຳນັກຂ່າວເອເອັບພີລາຍງານຈາກກຸງມະນິລາ ປະເທດຟິລິບປິນ ເມື່ອວັນທີ 19 ພຶດສະພາວ່າ ເສດຖະກິດຟິລິບປິນຂະຫຍາຍໂຕ 6.4% ເມື່ອທຽບກັບອັດຕາລາຍປີໃນຊ່ວງ 3 ເດືອນທຳອິດຂອງປີນີ້ ເຊິ່ງແມ້ຈະຕ່ຳກວ່າຄາດການເລັກ ນ້ອຍ ແຕ່ກໍ່ຍັງເຕີບໂຕໄວເປັນອັນດັບ 2 ຂອງພູມິພາກຮອງຈາກຈີນ

ທ່ານ ອໍເນສໂຕ ເພີເນຍ ລັດຖະມົນຕີກະຊວງວາງແຜນເສດຖະກິດແຂງແກ່ງທີ່ສຸດ ໃນກຸ່ມປະເທດເສດຖະກິດໃໝ່ສຳຄັນໃນອາຊີ

ເຖິງຄະນະນີ້ ເສດຖະກິດຟິລິບປິນເຕີບໂຕໃນລະດັບ 6% ຫຼືສູງກວ່າ ຕິດຕໍ່ກັນ 7 ໄຕມາດແລ້ວ ປະເທດອື່ນພຽງປະເທດດຽວທີ່ເສດຖະກິດຂະຫຍາຍໂຕໄວກວ່າ ໃນຊ່ວງໄຕມາດທຳອິດຂອງປີ 2017 ຄືຈີນ ເຊິ່ງເຕີບໂຕ 6.9%

http://183.182.100.162:8080/sites/default/files/


Powered by Blogger.