Header Ads

ເກົາຫຼີເໜືອ ປະກາດຄວາມສຳເລັດທົດສອບຂີປະນາວຸດຄັ້ງໃໝ່

http://183.182.100.162:8080/sites/default/files/
ສຳນັກຂ່າວຕ່າງປະເທດລາຍງານຈາກກຖງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 22 ພຶດສະພາ ໂດຍອ້າງຈາກລາຍງານຂອງສຳນັກຂ່າວກາງເກົາຫຼີ (ເຄຊີເອັນເອ) ຂອງລັດຖະບານປຽງຢາງ ວ່າທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໄດ້ລົງພື້ນທີ່ເມື່ອວັນອາທິດທີ່ຜ່ານມາ ເພື່ອສັງເກດການທົດສອບຂີປະນາວຸດພິໃສກາງ “ປຸ໊ກກຸ໊ກຊອງ-2” ເຊິ່ງເປັນຂີປະນາວຸດຮຸ່ນລ່າສຸດທີ່ເກົາຫຼີເໜືອພັດທະນາຂື້ນເອງ ໂດຍອາໃສການທຳງານຂອງເຊື້ອເພີງແຂງ ແລະເປັນການຍິງອອກຈາກເຮືອດຳນ້ຳ ໂດຍທ່ານ ຄິມ ຈອງ-ອຶນ ມີຄຳສັ່ງໃຫ້ນຳຂີປະນາວຸດຮຸ່ນດັ່ງກ່າວເຂົ້າປະຈຳການທັນທີ ເນື່ອງຈາການທົດສອບປະສົບຜົນສຳເລັດດ້ວຍດີ

ຂະນະທີ່ລາຍງານຂອງກະຊວງປ້ອງກັນປະເທດເກົາຫຼີໃຕ້ເຜີຍວ່າ ການທົດສອບຂີປະນາວຸດຂອງເກົາຫຼີເໜືອໃນຄັ້ງນີ້ເກີດຂື້ນເມື່ອວັນອາທິດທີ່ຜ່ານມາ ບໍລິເວນເຂດປຸກຊາງ ຫ່າງຈາກກຸງປຽງຢາງອອກໄປທາງຕາເວັນອອກສຽງເໜືອ ໂດຍຂີປະນາວຸດສາມາດເດີນທາງໄປໄດ້ໄກປະມານ 560 ກິໂລແມັດກ່ອນຕົກລົງໃນທະເລຍີ່ປຸ່ນ ແລະຂີປະນາວຸດປຸ໊ກກຸ໊ກຊອງ-2 ເປັນຂີປະນາວຸດຮຸ່ນດຽວກັບທີ່ລັດຖະບານປຽງຢາງໃຊ້ທົດສອບເມື່ອເດືອນກຸມພາທີ່ຜ່ານມາດ້ວຍ
Powered by Blogger.