Header Ads

ເຮືອບິນໂດຍສານຕຳກັບລົດບັນທຸກ ໃນສະໜາມບິນແອວເອ

http://183.182.100.162:8080/sites/default/files/
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນລອສແອນເຈີລີສ ລັດແຄລິຟໍເນຍ ປະເທດສະຫະລັດອາເມລິກາ ເມື່ອວັນທີ 21 ກຸມພາວ່າ ເຈົ້າໜ້າທີ່ໜ່ວຍດັບເພີງສະໜາມບິນນາໆຊາດລອສແອນເຈີລີສ ເປີດເຜີຍວ່າ ເມື່ອວັນເສົາທີ່ຜ່ານມາເກີດອຸບັດຕິເຫດຂື້ນກັບເຮືອບິນໂດຍສານແບບໂບອິ້ງ 737 ຂອງສາຍການບິນແອໂຣແມັກຊິໂກ ຂະນະທີ່ກຳລັງແທັກຊີ້ຈະເຂົ້າສູ່ຫຼຸມຈອດທຽບອາຄານຜູ້ໂດຍສານ ແລ້ວເກີດຕຳເຂົາກັບລົດບັນທຸກຄັນໜຶ່ງ ເຊິ່ງມີ 8 ຄົນຢູ່ໃນລົດຈົນເກີດລົດຕະແຄງຂ້າງ ສົ່ງຜົນໃຫ້ມີຜູ້ບາດເຈັບ 8 ຄົນ ຖືກນຳສົ່ງໂຮງໝໍ ໃນນີ້ຈຳນວນ 2 ຄົນອາການສາຫັດ ສ່ວນທີ່ເຫຼືອອີກ 6 ຄົນບາດເຈັບເລັກໜ້ອຍ

ສ່ວນເຮືອບິນໂດຍສານຂອງແອໂຣແມັກຊິໂກ ຖ້ຽວບິນ 642 ເຊິ່ງເດີນທາງມາຈາກກຸງແມັກຊິໂກຊິຕີ້ ປະເທດແມັກຊິໂກພ້ອມຜູ້ໂດຍສານແລະຈຸບິນລວມ 146 ຄົນນັ້ນ ປະກົດວ່າປອດໄພ ແຕ່ປີກດ້ານໜຶ່ງຂອງເຮືອບິນໄດ້ຮັບຄວາມເສຍຫາຍຊ່ວງທີ່ຕຳເຂົ້າກັບລົດບັນທຸກຄັນດັ່ງກ່າວ ຂະນະທີ່ການໃຫ້ບໍລິການຂອງສະໜາມບິນນາໆຊາດລອສແອນເຈີລີສ ບໍ່ໄດ້ຮັບຜົນກະທົບໃດໆ ສາມາດໃຫ້ບໍລິການໄດ້ຕາມປົກກະຕິ
Powered by Blogger.