Header Ads

ຂ່າວໜ້າໜຶ່ງ ລາວ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ



ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສຳເລັດ ການເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 73 ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ (ສປຊ) ປະຈຳ ພາກພື້ນອາຊີ-ປາຊີຟິກ (UNESCAP) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 15-19 ພຶດສະພາຜ່ານມານີ້ ທີ່ບາງກອກປະເທດໄທ. ກອງ ປະຊຸມສາມັນປະຈຳປີໃນຄັ້ງ ນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: “ການ ຮ່ວມມືພາກພື້ນ ເພື່ອພະລັງ ງານແບບຍືນຍົງ (Regional Cooperation for Sustainable Energy)” ກອງ ປະຊຸມດັ່ງກ່າວໄດ້ແບ່ງອອກ ເປັນສອງລະດັບຄື: ລະດັບເຈົ້າ ໜ້າທີ່ອາວຸໂສ ແລະ ໃນລະດັບ ລັດຖະມົນຕີ ໂດຍພາຍໃຕ້ ການເປັນປະທານຂອງ ທ່ານ ເອແນລ ໂຊເຊັນ ໂຊພາກາ (Enele Socene Sopoaga) ນາຍົກລັດຖະມົນຕີ ປະເທດ ຕູວາລູ ໂດຍມີຄະນະຜູ້ແທນ ຂັ້ນສູງຈາກບັນດາປະເທດສະ ມາຊິກໃນພາກພື້ນອາຊີ-ປາຊີ ຟິກ ແລະ ຜູ້ຕາງໜ້າຈາກຄູ່ ຮ່ວມມືພັດທະ ນາ, ອົງການ ເຄືອຂ່າຍ ສປຊ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ແຊັມຊາ ອັກຄະຕາ Shamshad Akhtar, ເລ ຂາທິການບໍລິຫານງານຄະນະ ກຳ ມາທິການເສດຖະກິດ-ສັງ ຄົມ ສປຊ ປະຈຳພາກພື້ນອາຊີ -ປາຊີຟິກ ໄດ້ຂຶ້ນກ່າວບົດປາ ໄສ ໂດຍໄດ້ຊີ້ໃຫ້ເຫັນກ່ຽວ ກັບ ບັນດາສິ່ງທ້າທາຍທີ່ບັນດາປະ ເທດໃນພາກພື້ນອາຊີປາຊີຟິກ ກຳລັງປະເຊີນຢູ່ ໂດຍສະເພາະ ການຫັນປ່ຽນການນຳໃຊ້ພະ ລັງງານແບບດັ່ງເດີມໄປສູ່ພະ ລັງງານທາງເລືອກໃໝ່ ແນໃສ່ ຕອບສະໜອງຄວາມຕ້ອງ ການດ້ານພະລັງ ງານເພື່ອການ ພັດທະນາແບບຍືນຍົງ ກໍຄື ການຂະຫຍາຍຕົວທາງດ້ານ ເສດຖະກິດຂອງພາກພື້ນໃນ ປັດຈຸບັນ ແລະ ອະນາຄົດ ໄປ ພ້ອມກັບການຫຼຸຸດຜ່ອນຜົນກະ ທົບຕໍ່ກັບສິ່ງແວດລ້ອມ, ພ້ອມ ດຽວກັນ ຍັງໄດ້ກ່າວເຖິງວຽກ ງານການພັດທະນາພື້ນຖານ ໂຄງລ່າງຢູ່ບັນດາປະເທດດ້ອຍ ພັດທະນາ, ປະເທດກຳລັງພັດ ທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍ ກຳລັງພັດທະນາ (LDC, LLDC & SIDS) ຕະຫຼອດເຖິງການ ຈັດຕັ້ງປະຕິບັດບັນດາເປົ້າ ໝາຍດ້ານການພັດທະນາ ແບບຍືນຍົງ (SDGs) ໂດຍ ໄດ້ຮຽກຮ້ອງໃຫ້ມີການເຊື່ອມ ໂຍງ ແລະ ຮ່ວມມືທາງດ້ານ ການເງິນທຶນ ລວມໄປເຖິງການ ເສີມສ້າງຂີດຄວາມສາມາດ ໃນການຮ່ວມມືພັດທະນາ.
ທ່ານ ຍັງໄດ້ກ່າວຍ້ອງຍໍຊົມເຊີຍກອງ ປະຊຸມສຸດຍອດເວທີປຶກສາຫາ ລືຂໍ້ລິເລີ່ມໜຶ່ງແລວທາງໜຶ່ງ ເສັ້ນທາງ ສປ ຈີນ ຊຶ່ງກໍອັດລົງ ດ້ວຍຜົນສຳເລັດ. ກອງປະຊຸມດັ່ງກ່າວ, ຍັງ ໄດ້ເປີດໂອກາດໃຫ້ບັນດາປະ ເທດສະມາຊິກແລກປ່ຽນທັດ ສະນະກ່ຽວກັບບັນຫາທີ່ພົ້ນ ເດັ່ນສາກົນ ເປັນຕົ້ນແມ່ນກ່ຽວ ກັບຄວາມຍືນຍົງດ້ານພະລັງ ງານ, ການເຊື່ອມໂຍງເສດຖະ ກິດພາກພື້ນ ແລະ ການພັດ ທະນາພື້ນຖານໂຄງລ່າງ, ໃນ ນັ້ນ, ຫົວໜ້າຄະນະຜູ້ແທນ ລາວໄດ້ຂຶ້ນກ່າວຄຳປາໄສໃນ ພາກອະພິປາຍທົ່ວໄປ ໂດຍຊີ້ ໃຫ້ເຫັນເຖິງສະພາບການຂອງ ໂລກໃນປັດຈຸບັນ ທີ່ຜັນແປ ໄປຢ່າງສະຫຼັບສັບຊ້ອນ ແລະ ສົ່ງຜົນສະທ້ອນຕໍ່ກັບບັນດາ ປະເທດໃນພາກພື້ນ ແລະ ສາ ກົນ ໂດຍສະເພາະແມ່ນນະໂຍ ບາຍດ້ານພະລັງງານ ທີ່ບໍ່ສອດ ຄ່ອງກັບການພັດທະນາແບບ ຍືນຍົງເປັນຕົ້ນແມ່ນການຕອບ ສະໜອງຄວາມຕ້ອງການພະ ລັງງານ, ການເຂົ້າເຖິງການຊົມ ໃຊ້ພະລັງງານຂອງປະຊາຊົນຢູ່ ຊົນນະບົດຫ່າງໄກສອກຫຼີກ ແລະ ຜົນກະທົບຈາກພະລັງ ງານທີ່ບໍ່ສ້າງຜົນກະທົບຕໍ່ສິ່ງ ແວດລ້ອມ ທີ່ຍັງເປັນສິ່ງທ້າ ທາຍ ແລະ ຮຽກຮ້ອງໃຫ້ມີການ ຮ່ວມມືກັນຫຼາຍຂຶ້ນລະຫວ່າງ ປະເທດໃນພາກພື້ນ.
ທ່ານຍັງ ສະແດງຄວາມເປັນຫ່ວງ ແລະ ຍົກໃຫ້ເຫັນເຖິງຄວາມສຳຄັນ ໃນການຮ່ວມມືກັນເພື່ອຈັດຕັ້ງ ປະຕິບັດບັນດາແຜນງານຍຸດ ທະສາດພະລັງງານແບບຍືນ ຍົງ ເພື່ອຮັບປະກັນຄວາມໝັ້ນ ຄົງດ້ານພະລັງງານ, ການພັດ ທະນາດ້ານເສດຖະກິດ ແລະ ການສົ່ງເສີມຄວາມຍືນຍົງດ້ານ ສິ່ງແວດລ້ອມ ພ້ອມທັງໄດ້ແຈ້ງ ໃຫ້ທີ່ປະຊຸມຊາບຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ໂດຍສອດຄ່ອງກັບເງື່ອນໄຂ ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ (SDGs) ຊຶ່ງບັນດາປະເທດ ສະມາຊິກສະຫະປະຊາຊາດ ໄດ້ຮັບຮອງໃນປີ 2015 ເພື່ອ ສ້າງເງື່ອນໄຂໃຫ້ແກ່ ສປປ ລາວ ຫຼຸຸດພົ້ນຈາກສະຖານະປະເທດ ດ້ອຍພັດ ທະນາຕາມເປົ້າໝາຍ ແລະ ເປັນປະເທດທີ່ມີລາຍຮັບ ປານກາງພາຍໃນປີ 2030. ກອງປະຊຸມຄັ້ງນີ້ ໄດ້ຮັບ ຮອງເອົາບັນດາຮ່າງຍັດຕິຕ່າງໆ ກ່ຽວກັບການສົ່ງເສີມການ ຮ່ວມມືເພື່ອການພັດທະນາ ດ້ານຕ່າງໆ ຢູ່ໃນຂົງເຂດອາຊີ- ປາ ຊີຟິກ ຈຳນວນທັງໝົດ 9 ສະບັບ ຢ່າງເປັນເອກະສັນ ແລະ ໄດ້ເລືອກເອົາຄຳຂັວນ “Inequality in the era of the 2030 Agenda for Sustainable Development” ເປັນຫົວຂໍ້ສຳລັບການ ດຳເນີນກອງປະຊຸມປະຈຳປີ ຄັ້ງທີ 74 ຂອງຄະນະກຳມາ ທິການເສດຖະກິດ-ສັງຄົມ ສະ ຫະປະຊາຊາດປະຈຳພາກພື້ນ ອາຊີ-ປາຊີຟິກ (UNESCAP) ຊຶ່ງຈະຈັດຂຶ້ນໃນໄລຍະດຽວ ກັນ ໃນປີ 2018.
ແຫລ່ງຂ່າວ: ຫນັງສືພິມປະຊາຊົນ
Powered by Blogger.