Header Ads

ທະນາຄານໂລກ ຄາດເສດຖະກິດລາວເຕີບໂຕບໍ່ຫຼຸດ 7 % ຕະຫຼອດ 3 ປີຈາກນີ້

ທະນາຄານໂລກ ຄາດເສດຖະກິດລາວເຕີບໂຕບໍ່ຫຼຸດ 7 % ຕະຫຼອດ 3 ປີຈາກນີ້
ທະນາຄານໂລກ ຄາດວ່າເສດຖະກິດໃນລາວ ຈະມີການເຕີບໂຕສະເລ່ຍປະມານ 7% ຕໍ່ປີ ໃນລະຫວ່າງປີ 2017-2019 ຊຶ່ງສູງກວ່າປະເທດອື່ນໆໃນພາກ ພື້ນດຽວກັນ, ໂດຍເປັນຜົນຈາກການຂະຫຍາຍຕົວຂອງພາກທຸລະກິດບໍລິການ ບັນດາໂຄງການພະລັງງານໄຟຟ້າ, ການຟື້ນຕົວຂອງຂະແໜງກະສິກໍາ, ອຸດສາຫະກໍາ ແລະກາລະໂອກາດຈາກເງື່ອນໄຂທີ່ມີການເຊື່ອມໂຍງກັນໃນພາກພື້ນຫຼາຍຂຶ້ນ.

      ທ່ານ ນາງ ຊາລີ ເບີນິງແຮມ ຫົວໜ້າທະນາຄານໂລກ ປະຈໍາ ສປປ ລາວ ລາຍງານໃນກອງປະຊຸມເຜີຍແຜ່ຂອບການຮ່ວມມືລະຫວ່າງ ສປປ ລາວ ແລະກຸ່ມທະນາຄານໂລກໄລຍະໃໝ່ ໂດຍສະເພາະເສດຖະກິດຂອງ ສປປ ລາວ ຫຼ້າສຸດໃນວັນທີ 24 ພຶດສະພາ 2017 ຢູ່ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເສດຖະກິດ ຂອງ ສປປ ລາວ ໃນປີ 2017 ນີ້ ຈະຂະຫຍາຍຕົວສະເລ່ຍປະມານ 7% ຕໍ່ປີ ຊຶ່ງໃນລະຫວ່າງປີ 2017-2019, ຍັງຈະຮັກສາໄດ້ຕົວເລກດັ່ງກ່າວທັງນີ້ ໂດຍເປັນຜົນຈາກການຂະຫຍາຍຕົວ ຂອງພາກທຸລະກິດບໍລິການ ແລະການຂະຫຍາຍຕົວຂອງຂະແໜງພະລັງງານ ໄຟຟ້າຄາດວ່າຈະເຮັດໃຫ້ການສົ່ງອອກ ພະລັງງານໄຟຟ້າເພີ່ມຂຶ້ນ, ສ່ວນຂະແໜງ ອື່ນນອກຈາກຊັບພະຍາກອນທໍາມະຊາດ ເປັນຕົ້ນຂະແໜງທ່ອງທ່ຽວ, ການຄ້າ ແລະການບໍລິການທາງດ້ານການເງິນ ແມ່ນຄາດວ່າຈະໄດ້ຮັບຜົນປະໂຫຍດ ຈາກການເຊື່ອມໂຍງກັບພາກພື້ນ ແລະລະບົບການສື່ສານ-ເຊື່ອມສານທີ່ດີຂຶ້ນກວ່າເກົ່າ. ສໍາລັບທຸລະກິດການກໍ່ສ້າງ ແລະບໍລິການຕ່າງໆທີ່ມີທ່າອຽງຂະຫຍາຍການເຕີບໂຕເພີ່ມຂຶ້ນຢ່າງແຂງແຮງ ແລະການລົງທຶນຂອງຕ່າງປະເທດ ທີ່ເຂົ້າມາໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຈະເປັນສິ່ງທີ່ຮັບປະກັນວ່າ ສປປ ລາວ ຈະປະເຊີນກັບບັນຫາຂາດດຸນການຄ້າ ນ້ອຍລົງແລ້ວ ແລະຍັງຈະຊ່ວຍຮັກສາ ອັດຕາການຂະຫຍາຍຕົວທາງເສດຖະກິດຂອງລາວໄດ້ຢ່າງແຂງແຮງໃນຕະຫຼອດໄລຍະເກືອບ 3 ປີຕໍ່ໜ້າ.

ທະນາຄານໂລກ ຍັງຮຽກຮ້ອງໃຫ້ ສປປ ລາວ ໃຫ້ບູລິມະສິດຕໍ່ການເພີ່ມງົບປະມານໃນວຽກງານການພັດທະນາມະນຸດ ໂດຍສະເພາະ ແມ່ນການບໍລິການທາງດ້ານສາທາລະນະສຸກລາຍຈ່າຍສໍາລັບການປິ່ນປົວຈາກ ເງິນສ່ວນຕົວທີ່ສູງຫຼາຍໄດ້ເຮັດໃຫ້ຜູ້ທີ່ທຸກຍາກບໍ່ຢາກເຂົ້າໄປໃຊ້ບໍລິການ ທາງດ້ານສາທາລະນະສຸກ ຊຶ່ງເຮັດໃຫ້ເຂົາເຈົ້າປະເຊີນກັບຄວາມສ່ຽງເພີ່ມສູງຂຶ້ນອັດຕາການຕາຍຂອງແມ່ ແລະເດັກ ໃນ ສປປ ລາວ ຍັງສູງ. ການເພີ່ມງົບປະມານຂອງລັດເພື່ອສະໜັບສະໜູນໃຫ້ແກ່ການບໍລິການທາງດ້ານສາທາລະນະສຸກບວກກັບການໃຊ້ມາດຕະການເພີ່ມປະສິດທິຜົນ ແລະປະສິດທິພາບດ້ານລາຍ ຈ່າຍງົບປະມານແມ່ນສໍາຄັນໃນການບັນລຸເປົ້າໝາຍທີ່ໃຫ້ທຸກຄົນສາມາດເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກພາຍໃນປີ 2025 ແລະເພີ່ມຜົນປະໂຫຍດຈາກການປະຕິບັດວຽກງານ ດ້ານສາທາລະນະສຸກໃຫ້ແກ່ປະຊາກອນໃນທົ່ວປະເທດ.

Powered by Blogger.