Header Ads

ຈັບຊາວກຳປູເຈຍ ເປັນແກ້ງຄ້າອະໄວຍະວະພາຍໃນຂ້າມຊາດ

http://183.182.100.162:8080/sites/default/files/
ສຳນັກຂ່າວເອເອັບພີລາຍງານຈາກກຸງພະນົມເປນ ປະເທດກຳປູເຈຍ ເມື່ອວັນທີ 26 ພຶດສະພາວ່າ ຊາວກຳປູເຈຍໃນກຸງພະນົມເປນ 2 ຄົນ ຊາຍ 1 ຍິງ 1 ຖືກຕຳຫຼວດຈັບເມື່ອວັນພຸດທີ 24 ພຶດສະພາທີ່ຜ່ານມາ ຈາກການເປີດເຜີຍຂອງທ້າວ ຂຽວ ເທຍ ນາຍຕຳຫຼວດຜູ້ຕໍ່ຕ້ານການຄ້າມະນຸດ ໂດຍຜູ້ຕ້ອງສົງໃສທັງສອງຈ່າຍເງິນໃຫ້ຊາວກຳປູເຈຍທີ່ຕ້ອງການຂາຍໝາກໄຂ່ຫຼັງ ຄົນລະ 5,800 ໂດລາສະຫະລັດ ແລະເກັບເງິນຈາກຜູ້ຊື້ເພື່ອປ່ຽນໝາກໄຂ່ຫຼັງຄົນລະຫຼາຍກວ່າ 40,000 ໂດລາສະຫະລັດ ຜູ້ຕ້ອງສົງໃສທັງສອງໃຫ້ການຮັບສາລະພາບຕໍ່ຂ້ກ່າວຫາ ແລະຖືກນຳໂຕຂື້ນສານຕອນບ່າຍວັນສຸກທີ 26 ພຶດສະພາ

ການຄ້າມະນຸດເປັນປັນຫາທີ່ແຜ່ຫຼາຍໃນກຳປູເຈຍ ປະເທດຖານະທຸກຍາກ ແຕ່ຕຳຫຼວດຕ້ອງສອບສວນເປັນປະຈຳ ສຳລັບຄົນທີ່ກ່ຽວກັບການຄ້າທາງເພດ ການບັງຄັບແຕ່ງງານ ແລະການຄ້າທາດ ແຕ່ການລັກລອບຄ້າອະໄວຍະວະມະນຸດ ເຊິ່ງມີແຜ່ຫຼາຍໃນອິນເດຍແລະເນປານ ບໍ່ຄ່ອຍປະກົດໃນກຳປູເຈຍ

ໃນປີ 2015 ຊາວກຳປູເຈຍ 3 ຄົນ ຖືກສານຕັດສິນຕິດຄຸກລະຫວາງ 10-15 ປີຖືເປັນຄະດີລັກລອບຊື້ຂາຍໝາກໄຂ່ລັງລາຍທຳອິດຂອງປະເທດ ໂດຍຜູ້ຖືກຫາທັງ 3 ຄົນຊວນຊາວກຳປູເຈຍທີ່ທຸກຍາກ ຂາຍອະໄວຍະວະໃຫ້ກັບເພື່ອນຮ່ວມຊາດທີ່ມີຖານະລ້ຳລວຍ ທີ່ກຳລັງທຳການຟອກໄຕຢູ່ໃນປະເທດໄທ

ຕະຫຼາດມືດທົ່ວໂລກມູນຄ່າຫຼາຍພັນລ້ານໂດລາສະຫະລັດ ເກີດຈາກຄວາມຂາດແຄນອະໄວຍະວະປ່ຽນຖ່າຍ ແລະຈຳນວນຜູ້ປ່ວຍທີ່ຕ້ອງການຮັບການຜ່າຕັດປ່ຽນຖ່າຍພຸ່ງສູງຂື້ນ ໂດຍສະເພາະໝາກໄຂ່ຫຼັງ ຈາກຂໍ້ມູນຂອງອົງການານະໄມໂລກ ມີການລັກລອບຊື້ຂາຍແລະຜ່າຕັດປ່ຽນຖ່າຍອະໄວຍະວະ ປະມານ 10,000 ຄົນທົ່ວໂລກໃນແຕ່ລະປີ ແລະປັນຫານີ້ມັກກ່ຽວພັນກັບເຄືຂ່າຍອາດຊະຍາກຳຂ້າມຊາດ
Powered by Blogger.