Header Ads

ໂຫດ!!!!!!!! ອິນໂດເນເຊຍ ລົງໂທດຄູ່ຊາຍຮັກຊາຍ ດ້ວຍການຂ້ຽນຕີຫຼັງ ຄົນລະ 83 ຄັ້ງ

ໂຫດ!!!!!!!! ອິນໂດເນເຊຍ ລົງໂທດຄູ່ຊາຍຮັກຊາຍ ດ້ວຍການຂ້ຽນຕີຫຼັງ ຄົນລະ 83 ຄັ້ງ
ຝູງຊົນນັບພັນລວມຕົວກັນຢູ່ໜ້າມັສຢິດ ເພື່ອເບິ່ງການຂ້ຽນຕີຊາຍຮັກຊາຍໃນອາເຈະ ເຊິ່ງເປັນບົດລົງໂທດຜູ້ຮັກເພດດຽວກັນ ຝູງຊົນຕ່າງຮ້ອງເຊຍໃນໄລຍະທີ່ຄູ່ເກ ໄວ 20 ປີ ແລະ 23 ປີ ຖືກຂ້ຽນຕີຢູ່ກາງຫຼັງດ້ວຍຄວາມເຈັບປວດ ຄົນລະ 83 ຄັ້ງ ໂດຍມີທີມເຈົ້າໜ້າທີ່ 5 ຄົນ ສະຫຼັບກັນລົງໂທດ
ນັກສຶກສາຍິງໃນເຫດການເລົ່າວ່າ ການລົງໂທດເປັນສິ່ງຈຳເປັນ ການກະທຳຂອງຄົນເຫຼົ່ານີ້ ຄືກັບໄວຣັສທີ່ຈະເປັນອັນຕະລາຍຕໍ່ສິລະທຳອັນດີຂອງປະຊາຊົນ ດັ່ງນັ້ນ ການລົງໂທດໃນທີ່ສາທາລະນະກໍ່ເພື່ອເປັນການຢັບຢັ້ງການແຜ່ລະບາດຂອງສິ່ງຊົ່ວຮ້າຍ
ຄູ່ຮັກເກຄູ່ນີ້ ຖືກຈັບໄດ້ເມື່ອເດືອນມີນາ ເພາະກຸ່ມຊາວບ້ານໃນເມືອງບັນດາອາເຈະ ສົງໄສວ່າພວກເຂົາເປັນເກ ຈຶ່ງໄດ້ຕິດຕາມການເຄື່ອນໄຫວ ແລະ ບຸກເຂົ້າໄປໃນເຮືອນຂອງທັງຄູ່ ການລົງໂທດຄັ້ງນີ້ ມີຂຶ້ນວັນດຽວກັບທີ່ຕຳຫຼວດອິນໂດເນເຊຍບຸກຈັບ ຊາຍ 141 ຄົນ ທີ່ເຂົ້າຮ່ວມງານເກເຊັກປາຕີ້ໃນສະຖານບັນເທີງນວດແຫ່ງໜຶ່ງກາງກຸງຈາກາຕ້າ.
ຂໍຂອບໃຈ
ຂໍ້ມູນ : www.soccersuck.com
Powered by Blogger.