Header Ads

ລັດຖະບານ ຈະເລັ່ງແກ້ໄຂການນໍາເຂົ້າລົດທີ່ບໍ່ຖືກຕ້ອງ ​ແລະ ເພີ່ມທະວີການກວດກາຄຸນນະພາບ ການນຳເຂົ້າສິນຄ້າ

ລັດຖະບານ ຈະເລັ່ງແກ້ໄຂການນໍາເຂົ້າລົດທີ່ບໍ່ຖືກຕ້ອງ ​ແລະ ເພີ່ມທະວີການກວດກາຄຸນນະພາບ ການນຳເຂົ້າສິນຄ້າ
ໃນເດືອນມິຖຸນາ ລັດດຖະບານຈະສຸ່ມໃສ່ ຄົ້ນຄວ້າແກ້ໄຂການນໍາເຂົ້າລົດທີ່ບໍ່ຖືກຕ້ອງ, ເພີ່ມທະວີການກວດກາຄຸນນະພາບ ການນຳເຂົ້າສິນຄ້າ, ປູກຈິດສຳນຶກແລະຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນຫຼາຍຂຶ້ນ. ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຕໍ່ສື່ມວນ ຊົນພາຍຫຼັງສຳເລັດກອງປະຊຸມລັດຖະບານ ປະຈຳເດືອນ ພືດສະພາໃນຄອນແລງວັນທີ 24 ພຶດສະພາ 2017 ວ່າ: ກອງ​ປະຊຸມ​ລັດຖະບານ​ສະ​ໄໝສາມັນປະ​ຈໍາ​ເດືອນ​ພຶດສະພາ​ໄດ້​ໄຂ​ຂຶ້ນ​ໃນ ​ວັນ​ທີ 22 ​ແລະປິດ​ລົງ​ໃນ​ວັນທີ 23 ​ພຶດສະພາ2017 ຢູ່ທີ່ສໍານັກ​ງານ​ນາຍົກລັດຖະມົນຕີ, ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານທອງ​ລຸນສີ​ສຸ​ລິດນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີແລະສະມາຊິກລັດຖະບານ​ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນເຂົ້າຮ່ວມຢ່າງ​ພ້ອມພຽງ.

ສໍາລັບ​ເນື້ອໃນຂອງກອງ​ປະຊຸມ​ລັດຖະບານ​ສະ​ໄໝສາມັນປະ​ຈໍາ​ເດືອນ​ ພຶດສະພາ2017ນີ້ບັນດາ​ສະມາຊິກ​ລັດຖະບານ​ໄດ້​ພ້ອ​ມກັນ​ສຸມ​ໃສ່​ປະກອບ​ຄໍາ​ຄິດ​ຄໍາ​ເຫັນ​ ຢ່າງ​ກົງ​ໄປ​ກົງມາ ​ແລະມີ​ຄວາມ​ຮັບຜິດຊອບ​ສູງຕໍ່ກັບບັນດາເອກະສານ​ສໍາຄັນດັ່ງ​ນີ້:

1).ຮ່າງ​ລັດຖະບັນຍັດຂອງ​ປະທານ​ປະ​ເທດສະບັບ​ເລກທີ003/ປປທ,ວ່າ​ດ້ວຍ​ຄ່າ​ທໍານຽມ​ແລະຄ່າ​ບໍລິການສະບັບ​ປັບປຸງ;

2). ຮ່າງ​ແຜນ​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ບໍລິຈາກເລືອດ 5 ປີຄັ້ງ​ທີII (2016-2020), ຍຸດ​ທະ​ສາດ​ການ​ພັດທະນາ ​ວຽກງານບໍລິຈາກ​ເລືອດ(2016-2025) ​ແລະວິ​ໄສ​ທັດ​ຮອດ​ປີ2030;

3). ຮ່າງ​ດໍາລັດ​ວ່າ​ດ້ວຍ​ການ​ຝຶກ​ອົບຮົມ​ແລະພັດທະນາ​ພະນັກງານ-ລັດຖະກອນ;

4). ຮ່າງ​ດໍາລັດວ່າ​ດ້ວຍ​ການ​ປະ​ເມີນ​ຜົນ​ການ​ປະຕິບັດ​ວຽກງານຂອງ​ພະນັກງານ-ລັດຖະກອນ;

5). ຮ່າງ​ດໍາລັດ​ວ່າ​ດ້ວຍ​ກອງ​ທຶນ​ພັດທະນາ​ສີມື​ແຮງ​ງານ;

6). ບົດ​ລາຍ​ງານ​ກ່ຽວກັບການ​ຕິດຕາມ​ກວດກາ​ແລະຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ມະຕິ, ດໍາລັດ, ຄໍາ​ສັ່ງ,ຂໍ້​ ຕົກລົງ​ຂອງ​ລັດຖະບານ​ແລະຄໍາ​ເຫັນ​ຊີ້​ນໍາ​ຂອງ​ທ່ານ​ນາຍົກລັດຖະມົນຕີ.

7). ບົດ​ລາຍ​ງານ​ກ່ຽວກັບ​ແລວ​ທາງ​ດ່ວນນະຄອນຫຼວງວຽງຈັນ-ບໍ່​ເຕັ່ນ, ຕອນ​ທີIນະຄອນຫຼວງວຽງຈັນ-ວັງ​ວຽງ;

8). ຮ່າງ​ດໍາລັດ​ວ່າ​ດ້ວຍ​ທຸລະ​ກິດ​ນໍ້າມັນ​ເຊື້ອ​ໄຟ.

ສ່ວນວຽກງານຈຸດສຸມໃນເດືອນມິຖຸນາ 2017ລັດຖະບານຈະສຸມໃສ່ວຽກງານສໍາຄັນຈໍານວນໜຶ່ງດັ່ງນີ້ - ໃຫ້ບັນດາກະຊວງເອົາໃຈໃສ່ຄົ້ນຄວ້າແລະຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີVIIIໂດຍທຽບຄາດໝາຍທີ່ກໍານົດໃນດໍາລັດສະບັບເລກທີ 445/ນຍ, ລົງວັນທີ 19 ທັນວາ 2016 ວ່າດ້ວຍການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດແລະແຜນເງິນຕາປະຈຳປີ 2017 ໃສ່ການປະຕິບັດຕົວຈິງ. ອັນໃດເຮັດໄດ້ຕໍ່າກວ່າຄາດໝາຍກໍ່ຕ້ອງບຸກບືນຫຼາຍຂຶ້ນ,ອັນໃດເຮັດໄດ້ລື່ນຄາດໝາຍແລ້ວກໍ່ໃຫ້ສືບຕໍ່ເອົາໃຈໃສ່ເພື່ອໃຫ້ໄດ້ສືບຕໍ່ຄາດໝາຍຫຼາຍຂື້ນຕື່ມ.

- ປັບປຸງກົນໄກ,ການເກັບກໍາຂໍ້ມູນຖານລາຍຮັບໃຫ້ສໍາເລັດໂດຍໄວ, ກະກຽມລາຍງານຜົນການລົງກວດກາການນໍາເຂົ້າລົດທີ່ບໍ່ຖືກຕ້ອງ ແລະລາຍງານຜົນການລົງເກັບກໍາດັ່ງກ່າວໃຫ້ລັດຖະບານພິຈາລະນາ. ຕິດຕາມແລະຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດໃຫ້ມີປະສິດທິຜົນ, ເອົາໃຈໃສ່ການເບີກຈ່າຍເງິນ ເດືອນໃຫ້ແກ່ພະນັກງານໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກໃຫ້ເປັນປົກກະຕິແລະທັນການ.

- ປັບປຸງວຽກງານຄຸ້ມຄອງລາຄາສິນຄ້າຕາມທິດທາງແລະມາດຕະການທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີVIII ໄດ້ຮັບຮອງເປັນຕົ້ນແມ່ນຄົ້ນຄວ້າ ແລະສ້າງກົດໝາຍແລະນິຕິກຳ ລຸ່ມກົດໝາຍທີ່ກ່ຽວຂ້ອງເພື່ອຄຸ້ມ ຄອງລາຄາສິນຄ້າ ແລະຄ່າບໍລິການ , ຄົ້ນຄວ້າແລະອອກມາດຕະການຫຼຸດຜ່ອນຕົ້ນທຶນການຜະລິດ,ສົ່ງເສີມການຊື້ກົກ-ຂາຍປາຍ,ປະຕິບັດມາດຕະການຢ່າງ ເຂັ້ມງວດຕໍ່ຜູ້ນຳເຂົ້າແລະຜູ້ຄ້າຂາຍບໍ່ຖືກຕ້ອງ,ເພີ່ມທະວີການກວດກາຄຸນນະພາບການນຳເຂົ້າສິນຄ້າ,ປູກຈິດສຳນຶກແລະຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນແລະອື່ນໆ.

- ສືບຕໍ່ຈັດຕັ້ງປະຕິບັດ, ສະຫຼຸບຖອດຖອນບົດຮຽນ ແລະ ປັບປຸງລະບົບກົນໄກປະຕູດຽວໃຫ້ວ່ອງໄວ, ໂປງໃສ, ຍຸຕິທຳ ແລະ ຮັບປະກັນຄຸນນະພາບ ເພື່ອຊຸກຍູ້ ແລະ ດຶງດູດການລົງທຶນ ແລະ ການດໍາເນີນທຸລະກິດໃຫ້ໂລ່ງລ່ຽງ ແລະ ຄ່ອງຕົວ ປະກອບ ສ່ວນຢ່າງແຂງແຮງ ໃຫ້ແກ່ການກະຕຸກຊຸກຍູ້ການຂະຫຍາຍຕົວ ຂອງເສດຖະກິດ.

Powered by Blogger.