Header Ads

ລົງແກ້ໄຂຮ້ານເປົ້າໝາຍ ຄ້າໂສເພນີ


ໃນວັນທີ 17 ພຶດສະພາ 2017 ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາ ຫຼວດສະກັດກັ້ນຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ໄດ້ລົງກວດ ບັນດາຮ້ານອາຫານ ແລະ ຮ້ານກິນດື່ມ ທີ່ເປັນເປົ້າໝາຍສົງໄສເຄື່ອນ ໄຫວຄ້າໂສເພນີຢູ່ເມືອງຫາດຊາຍຟອງ, ໄຊທານີ, ສີສັດຕະນາກ ແລະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈໍານວນ 6 ຮ້ານ ສາມາດ ນໍາເອົາຜູ້ຖືກສົງໄສຄ້າໂສເພນີທີ່ເປັນເຈົ້າຂອງຮ້ານອາຫານ, ຮ້ານກິນ ດື່ມຈໍານວນ 3 ຄົນ ຍິງ 2 ຄົນ ແລະ ຜູ້ຖືກສົງໄສເປັນໂສເພນີ ຈໍານວນ 9 ຄົນ  ມາສືບສວນ-ສອບສວນ.

     ສາວບໍລິການໂສເພນີ ທີ່ເຈົ້າໜ້າທີ່ຕໍາຫຼວດນໍາມາສືບສວນ-ສອບ ສວນທັງ 9 ຄົນໄດ້ໃຫ້ການຕໍ່ເຈົ້າໜ້າທີ່ຕໍາຫຼວດວ່າ: ພວກກ່ຽວໄປເປັນ ສາວບໍລິການເສີບອາຫານ, ເຫຼົ້າ-ເບຍ ຢູ່ຮ້ານກິນດື່ມແມ່ນ ມາດ້ວຍ ຕົນເອງບໍ່ມີໃຜບັງຄັບ, ການພັກເຊົາຢູ່ຮ້ານກິນດື່ມເລີຍ, ອາຫານ ແຕ່ ລະມື້ເຈົ້າຂອງຮ້ານລ້ຽງເຂົ້າ, ສາວບໍລິການ ຢູ່ຮ້ານແຕ່ລະຄົນບໍ່ມີເງິນ ເດືອນ ລາຍໄດ້ແມ່ນຂາຍເຫຼົ້າ-ເບຍເອົາເງິນເປີເຊັນ ຫຼື ໄດ້ຄ່ານັ່ງນໍາແຂກ ໂຕະລະ 10.000 ກີບ ຕໍ່ໂຕະຕໍ່ຄົນ; ນອກຈາກເສີບອາຫານ, ເຫຼົ້າ-ເບຍຢູ່ ຮ້ານ ແລ້ວສາວບໍລິການຍັງຂາຍປະເວນີ ໃຫ້ຜູ້ອື່ນເສບສົມ ແລະ ເຈົ້າ ຂອງຮ້ານຈະເປັນຜູ້ຫັກເອົາເງິນນໍາສາວບໍລິການທີ່ໄດ້ ມາຈາກການ ຂາຍປະເວນີ ຊົ່ວຄາວຄັ້ງລະ 30.000 ກີບ ຫາ 50.000 ກັບ ຕໍ່ຄັ້ງຕໍ່ຄົນ, ຖ້າຄ້າງຄືນເຈົ້າຂອງຮ້ານຈະຫັກເອົາ 50.000 ກີບ ຫາ 100.000 ກີບ, ຕໍ່ຄັ້ງຕໍ່ຄົນ.
   
     ຜ່ານການສືບສວນ-ສອບສວນ ສາວບໍລິການແຕ່ລະຄົນ ແລະ ເຈົ້າ ຂອງຮ້ານທັງໝົດ ໄດ້ຮັບສາລະພາບຕໍ່ການກະທໍາຜິດຂອງພວກກ່ຽວ, ເຊິ່ງມີຄວາມຜິດຕໍ່ກົດໝາຍອາຍາທີ່ກໍານົດໄວ້ຕາມມາດຕາ 131 ວັກ 2 ແລະ ມາດຕາ 132 ໃນສະຖານໃຫ້ຄວາມຊ່ວຍເຫຼືອ ຫຼື ຄວາມສະດວກ ແກ່ການເປັນໂສເພນີ ແລະ ການຄ້າໂສເພນີ ດ້ວຍການຫາລາຍໄດ້ຈາກ ການເປັນໂສເພນີຂອງຄົນອື່ນ; ສ່ວນສາວບໍລິການຈໍານວນ 9 ຄົນ ທີ່ເຈົ້າ ໜ້າທີ່ຕໍາຫຼວດນຳໄປຕົວມາສືບສວນ-ສອບສວນ ເຫັນວ່າເປັນການກະ ທໍາຜິດທາງອາຍາເຊິ່ງຜິດຕໍ່ມາດຕາ 131 ໃນສະຖານການເປັນໂສເພນີ ຫາກິນດ້ວຍການຂາຍປະເວນີໃຫ້ຜູ້ອື່ນເສບສົມ; ດັ່ງນັ້ນ, ຈຶ່ງກັກຕົວເຈົ້າ ຂອງຮ້ານ ແລະ ສາວບໍລິການໄວ້ ໃນສະຖານການເປັນໂສເພນີ ແລະ ຄ້າໂສເພນີ.
:ຂ່າວໜັງສືພິມຄວາມສະຫງົບ
Powered by Blogger.